ລາວ-ຫວຽດນາມ ສະຫຼຸບຜົນການເຮັດທົດລອງຮູບແບບກວດກາປະຕູດຽວຄັ້ງດຽວ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ໄດ້ຈັດຂຶ້ນໃນວັນທີ 29 ທັນວາ 2021 ທີ່ ສສ ຫວຽດນາມ ຊຶ່ງຄະນະຜູ້ແທນລາວນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປ ລາວ ພ້ອມຄະນະ ແລະ ຄະນະຜູ້ແທນຫວຽດນາມນຳໂດຍທ່ານ ບຸ່ຍ ແທງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.

ໃນກອງປະຊຸມ, ສອງຝ່າຍເປັນເອກະພາບກັນວ່າ ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ) ແມ່ນການຕັດສິນໃຈຂອງສອງລັດຖະບານແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມໄປ ມາຫາສູ່ລະຫວ່າງປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດກໍຄືບັນດາປະເທດອະນຸ ພາກພື້ນແມ່ນໍ້າຂອງໃຫ້ສະດວກວ່ອງໄວທັງເປັນການປະຕິບັດຍຸດທະສາດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງເສດຖະ ກິດຂອງພາກພື້ນ. ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ) ແມ່ນຄູ່ດ່ານສາກົນ ແຫ່ງທໍາອິດ ໃນ 7 ຄູ່ດ່ານທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນໃນການໄປມາຂ້າມຜ່ານຊາຍແດນລະຫວ່າງບັນດາປະເທດໃນຂົງເຂດອະນຸພາກພື້ນລຸ່ມແມ່ນໍ້າຂອງ (ເອີ້ນຫຍໍ້ວ່າສັນຍາ GMS-CBTA) ກໍຄື ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານ ສາກົນແດນສະຫວັນ (ສະຫວັນນະເຂດ)-ລາວບາວ (ກວາງຈິ). ວຽກງານດັ່ງກ່າວນີ້ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ທັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດທີ່ໄດ້ລົງນາມໃນສັນຍາ GMS-CBTA ຊຶ່ງເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີພ້ອມທັງເປັນການຖອດຖອນບົດຮຽນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ດັ່ງກ່າວນີ້ເພື່ອນຳໄປ ຈັດຕັ້ງປະຕິບັດຢູ່ບັນດາດ່ານຊາຍແດນອື່ນໆຕໍ່ໄປ.
ເຖິງວ່າການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຍັງພົບຄວາມຫຍຸ້ງຍາກ ແລະ ອຸປະສັກບາງປະການ ໂດຍສະເພາະການແພ່ລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ເອກະພາບກັນສືບຕໍ່ເອົາໃຈໃສ່ຮ່ວມມືກັນຢ່າງສະໜິດແໜ້ນນັບແຕ່ລະດັບສູນກາງຮອດຂັ້ນທ້ອງຖິ່ນແນໃສ່ປັບປຸງຮູບແບບການກວດກາດັ່ງກ່າວໃຫ້ແທດເໝາະກັບສະພາບຕົວຈິງໃນອະນາຄົດໂດຍ ສະເພາະການຊອກຫາວິທີທາງໃນການແກ້ໄຂຂໍ້ຄົງຄ້າງທີ່ມີໃນປັດຈຸບັນ, ປັບປຸງຮູບແບບທີ່ເໝາະສົມທີ່ສຸດໃຫ້ແກ່ຈຸດພິເສດ ແລະ ສະພາບຂອງຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ), ລົງນາມສົນທິສັນຍາລະດັບລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) – ລາວບາວ (ກວາງຈິ)ພ້ອມທັງເພີ່ມການລົງທຶນດ້ານພື້ນຖານໂຄງລ່າງ, ປະກອບເຄື່ອງມືອຸປະກອນຮັບໃຊ້ທີ່ທັນສະໄໝເພື່ອຍົກລະດັບການຈັດ ຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

