ພາກລັດ ແລະ ທຸລະກິດລາວ ຫາລືການສົ່ງສິນຄ້າໄປ ສປ ຈີນ ໃຫ້ຄ່ອງຕົວ

ວັນທີ 27 ທັນວາ 2021 ທີ່ແຂວງຫຼວງນໍ້າທາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາພ້ມດ້ວຍບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ບັນດານັກທຸລະກິດ ໄດ້ເຂົ້າຮ່ວມປຶກສາຫາລືກັບຝ່າຍຈີນຕໍ່ບັນຫາການສ້າງເງື່ອນໄຂທີ່ສະດວກໃຫ້ແກ່ຜູ້ປະກອບການຂອງ ສປປ ລາວ ສົ່ງສິນຄ້າໄປ ສປຈີນ.

ທ່ານ ຄຳແພງ ໄຊສົມແພງ ເນັ້ນບາງບັນຫາສະເໜີຕໍ່ພາກສ່ວນກ່ຽວຂ້ອງ ໂດຍສະເພາະໃຫ້ພາກທຸລະກິດລາວກໍ່ຄືຜູ້ຂັບລົດຕ້ອງປະຕິບັດຕາມມາດຕະການສະກັດກັ້ນ ແລະ ເຝົ້າລະວັງໂຄວິດ-19 ຕາມທີ່ຝ່າຍຈີນ ກໍານົດໄວ້ຢ່າງເຂັ້ມງວດ. ຂະນະດຽວກັນຂໍໃຫ້ຄະນະສະເພາະກິດ ທີ່ຮັບຜິດຊອບແກ້ໄຂບັນຫາລົດອັ່ງອໍ ຢູ່ດ່ານບໍ່ເຕັນລະຫວ່າງ ສປປ ລາວ ແລະ ສປ ຈີນສືບຕໍ່ເຈລະຈາຊອກຫາວິທີການແກ້ໄຂບັນຫາຢູ່ດ່ານໂດຍໄວ ເປັນຕົ້ນ ເພີ່ມພະນັກງານຂັບລົດເສື້ອຂາວ, ອະນຸຍາດລົດຂົນສົ່ງສິນຄ້າເຂົ້າ-ອອກດ່ານໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເພີ່ມເວລາເຮັດວຽກຂອງເຈົ້າໜ້າທີ່ດ່ານ; ນອກນີ້ຍັງໄດ້ສະເໜີໃຫ້ກະຊວງການຕ່າງປະ ເທດ ສົມທົບພາກສ່ວນກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ແຂວງ ເພື່ອເຈລະຈານໍາຝ່າຍຈີນ ກ່ຽວກັບການເປີດດ່ານ ປາງໄຮ ເມືອງສິງ-ຊ້າເຫີ ເມືອງຫຼາ, ດ່ານສາກົນ ລານຕຸ້ຍ ແຂວງຜົ້ງສາລີ-ເມືອງຄໍາ (ພູເອີ), ດ່ານທາງນໍ້າ(ນໍ້າຂອງ) 240 ແລະ ຊ່ອງທາງການຂົນສົ່ງສິນຄ້າສະເພາະຢູ່ດ່ານບໍ່ເຕັນ-ບໍ່ຫານ; ສະເໜີກະຊວງ ໂຍທາທິການ ແລະຂົນສົ່ງລະດົມທຸລະກິດ, ຜູ້ປະກອບການຂົນສົ່ງຕອບສະໜອງລົດຂົນສົ່ງສິນຄ້າສົ່ງອອກ ຂອງລາວ ໃຫ້ພຽງພໍ ແລະໄດ້ມາດຕະຖານ ເພື່ອຊ່ວຍລະບາຍລົດອັ່ງອໍຢູ່ດ່ານສາກົນບໍ່ເຕັນ. ສຳລັບການເຈລະຈາພືດສົ່ງອອກ ສະເໜີກະຊວງກະສິກໍາ ແລະປ່າໄມ້ ສືບຕໍ່ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍ ແລະເຜີຍແຜ່ລາຍການພືດສົ່ງອອກໄປສປ ຈີນ ແຕ່ລະຊະນິດ (ທຸກໆໂຄງການການຮ່ວມມືກັບ ສປ ຈີນ) ພາຍ ຫຼັງສໍາເລັດການລົງນາມອະນຸສັນຍາການສົ່ງອອກພືດທີ່ໄດ້ຕົກລົງກັນລະຫວ່າງ ສປປ ລາວ ແລະ ສປ ຈີນ ເພື່ອເປັນຂໍ້ມູນໃຫ້ບັນດາຫົວໜ່ວຍທຸລະກິດທີ່ສົນໃຈປູກພືດເພື່ອສົ່ງອອກໄປ ສປ ຈີນ.
ສ່ວນຂັ້ນຕອນການແຈ້ງ ແລະ ການກວດປ່ອຍສິນຄ້າຢູ່ດ່ານບໍ່ເຕັນ ແລະ ຢູ່ສະຖານີລົດໄຟຕ່າງໆນັ້ນ, ສະເໜີຂະແໜງການກ່ຽວຂ້ອງທີ່ມີໜ່ວຍງານປະຈໍາດ່ານສາກົນ ໂດຍສະເພາະ ພາສີ ແລະກັກກັນພືດ-ສັດ ຮີບຮ້ອນກຽມບຸກຄະລາກອນ, ເຄື່ອງມືຮັບໃຊ້, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າກະສິກໍາ, ສັດ ແລະ ຜະລິດຕະພັນສັດ ຜ່ານທາງລົດໄຟ-ລາວຈີນ ໂດຍກໍານົດຢ່າງລະອຽດ. ພ້ອມດຽວກັນ, ສະເໜີເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ສະຖານີລົດໄຟກວດປ່ອຍສິນຄ້າ ຂອງບັນດາບໍລິສັດທີ່ເຄື່ອນໄຫວຖືກຕ້ອງ ແລະ ສະເໝີພາບກັນ.

