ປີ 2021 ສປປ ລາວ ເກີດແຜ່ນດິນໄຫວຫລາຍກວ່າ 23 ເທື່ອ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໄດ້ບັນທຶກສະຖິຕິການເກີດແຜ່ນດິນໄຫວໃນລາວໂດຍປີ 2021ມີເຖິງ 23 ເທື່ອ ເຊັ່ນ:
ເດືອນມີນາ ເກີດຂຶ້ນ 1 ເທື່ອໃນວັນທີ 10 ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 3,0 ຣິກເຕີ,

ເດືອນມິຖຸນາ ເກີດຂຶ້ນ 7 ເທື່ອ ເຊັ່ນວັນທີ 1 ເກີດ 2 ເທື່ອຢູ່ເມືອງໄຊສະຖານ ແລະ ເມືອງໄຊຍະບູລີ ແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 2,0 ແລະ 1,8 ຣິກເຕີຕາມລຳດັບ, ວັນທີ 10 ເກີດຂຶ້ນ 1 ເທື່ອຢູ່ເມືອງລອງ ແຂວງຫລວງນ້ຳທາ ວັດຄວາມແຮງສັ່ນສະເທືອນໄດ້ 3,2 ຣິກເຕີ, ວັນທີ 12 ເກີດຂຶ້ນ 1 ເທື່ອຢູ່ເມືອງລອງ, ແຂວງຫລວງນໍ້າທາ ແລະ ເມືອງໄຊສະຖານແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 2,4 ແລະ 1,9 ຣິກເຕີຕາມລຳດັບ, ວັນທີ15 ເກີດ 1 ເທື່ອຢູ່ເມືອງລອງ, ແຂວງຫລວງນໍ້າທາ ວັດຄວາມແຮງສັ່ນສະເທືອນໄດ້ 3,3 ຣິກເຕີ ແລະ ວັນທີ 19 ເກີດ 1 ເທື່ອຢູ່ເມືອງ ແລະ ແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 2,7 ຣິກເຕີ.

ເດືອນກໍລະກົດ ເກີດຂຶ້ນ 2 ເທື່ອໃນວັນທີ 2 ແລະ 3 ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 2,1 ແລະ 1,7 ຣິກເຕີຕາມລຳດັບ.

ເດືອນສິງຫາ ເກີດຂຶ້ນ 1 ເທື່ອໃນວັນທີ 29 ຢູ່ເມືອງຈອມເພັດ, ແຂວງຫລວງພະບາງ ວັດຄວາມແຮງສັ່ນສະເທືອນໄດ້ 2,4 ຣິກເຕີ.

ເດືອນຕຸລາ ເກີດຂຶ້ນ 4 ເທື່ອໃນວັນທີ 29-30 ຢູ່ເມືອງໄຊສະຖານແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 1,8, 1,6, 4,7 ແລະ 3,6 ຣິກເຕີຕາມລໍາດັບ.
ເດືອນພະຈິກ ເກີດຂຶ້ນ 3 ເທື່ອ ເຊັ່ນ ວັນທີ 3 ຢູ່ເມືອງບຸນເໜືອ ແຂວງຜົ້ງສາລີ ວັດຄວາມແຮງສັ່ນສະເທືອນໄດ້ 3,1 ຣິກເຕີ, ວັນທີ 9 ຢູ່ເມືອງໄຊສະຖານ, ແຂວງໄຊຍະບູລີ ວັດຄວາມແຮງສັ່ນສະເທືອນໄດ້ 2,3 ຣິກເຕີ ແລະ ວັນທີ 16 ຈຸດສູນກາງຢູ່ບ້ານ ນາຫລວງ, ເມືອງຍອດອູ, ແຂວງຜົ້ງສາລີ. ວັດຄວາມແຮງສັ່ນສະເທືອນໄດ້ 4,8 ຣິກເຕີ.

ເດືອນທັນວາ ເກີດຂຶ້ນ 5 ເທື່ອ ເຊັ່ນ ວັນທີ 20 ຢູ່ເມືອງຍອດອູແຂວງຜົ້ງສາລີ 1 ເທື່ອ ວັດຄວາມແຮງສັ່ນສະເທືອນໄດ້ 5,8 ຣິກເຕີ, ເມືອງໄຊສະຖານແຂວງໄຊຍະບູລີ 2 ເທື່ອ ວັດຄວາມແຮງສັ່ນສະເທືອນໄດ້ 5,8 ແລະ 3,5 ຣິກເຕີຕາມລໍາດັບ, ວັນທີ 24 ເກີດຂຶ້ນ 2 ເທື່ອຢຸ່ເມືອງຍອດອູແຂວງຜົ້ງສາລີ ວັດຄວາມແຮງສັ່ນສະເທືອນໄດ້ 5,7 ແລະ 4,6 ຣິກເຕີຕາມລໍາດັບ, ວັນທີ 27 ເກີດຂຶ້ນ 1 ເທື່ອຢູ່ເມືອງໄຊສະຖານແຂວງໄຊຍະບູລີ ວັດຄວາມແຮງສັ່ນສະ ເທືອນໄດ້ 2,2 ຣິກເຕີ.