ສະວິດເປີດຂົວໃຫ້ຄົນຂ້າມ ຍາວທີ່ສຸດໃນໂລກ

​ເມືອງ​ເຊີ​ແມດ​ຂອງ​ສະ​ວິດ ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ທົ່ວ​ໄປ​ໄດ້​ໃຊ້​ຂົວ​​ໃຫ້ຄົນ​ຂ້າມ​ແຫ່ງ​ໃໝ່ ​ເຊິ​່ງມີ​ຄວາມ​ຍາວ​ທີ​່ສຸດ​ໃນ​ໂລກ​ແລ້ວ.

ຂົວ​​ໃຫ້ຄົນ​ຂ້າມ​ແຫ່ງ​ນີ້​ມີ​ຊື່ວ່າ: ຂົວ​ເອີຣົບ (Europabrubke) ມີ​ຄວາມ​ຍາວ 494 ​​ແມັດ, ຢູ່​ເທິງ​ພູ​ທີ່​ສູງ​ຊັນ ​ໂດຍ​ມີ​ຈຸດ​ສູງ​ທີ່​ສຸດ​ຈາກ​ພື້ນດິນ 85 ​ແມັດ ສ້າງ​ຂຶ້ນ​ເພື່ອ​ທົດ​ແທນ​ຂົວ​​ເກົ່າ​ທີ່​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຈາກ​ຫີນ​ຖະຫລົ່ມ ​ໂດຍ​ໃຊ້​ເວລາ​ກໍ່ສ້າງ​ພຽງ 10 ອາທິດ.

ຂົວ​ແຫ່ງ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ເສັ້ນທາງ​ຍ່າງ​ສຳລັບ​ນັກ​ປີນ​ພູ​ທີ່​ໃຊ້​ເວລາ​ຍ່າງ 2 ວັນ ​ໂດຍ​ເຊື່ອມ​ຕໍ່​ລະຫວ່າງ​ເມືອງ​ເຊີ​ແມດ​ກັບ​ເມືອງ​ກຣາ​ເຄນ​ທາງ​ຕອນ​ໃຕ້​ຂອງ​ສະ​ວິດ, ຜູ້​ທີ່​ຂ້າມ​ຂົວ​ນີ້​ສາມາດ​ຫລຽວ​ເຫັນ​ທິວ​ທັດ​ທີ່​ງົດ​ງາມ​ຂອງ​ພູ​ແມດ​ເທີ​ຮອນ​ທີ່​ມີ​ຊື່​ສຽງ​ໄດ້​ນຳ​ອີກ.