ແຟນບານຕີກັນ, ລີຢົງ-ປາຣີສ ເອຟຊີ ຖືກປັບຕົກຮອບບານເຕະ ເຟຣັນ ຄັບ

ໂອລິມປິກ ລີຢົງ ຖືກແຟນບານກໍ່ເຫດ ຫລັງຖືກປັບຕົກຮອບບານເຕະ ເຟຣັນ ຄັບ ພ້ອມກັບ ປາຣິສ ເອຟຊີ ທີມຈາກ ລີກ 2 ຫລັງແຟນບານທັງຄູ່ກໍ່ເຫດການຕີກັນ ຈົນເກມຮອບ 64 ທີມສຸດທ້າຍ ເມື່ອວັນ 17 ທັນວາທີ່ຜ່ານມາຕ້ອງຍົກເລີກ.

ໂອລິມປິກ ລີຢົງ ທີມດັງໃນການແຂ່ງຂັນ ລີກ ເອິງ ຝຣັ່ງ ແລະ ປາຣິສ ເອຟຊີ ທີມໃນລີກ 2 ຖືກສະພັນບານເຕະຝຣັ່ງ ປັບຕົກຮອບໃນການແຂ່ງຂັນບານເຕະລາຍການ ເຟຣັນ ຄັພ ລະດູການນີ້ນຳກັນທັງຄູ່ ຫລັງແຟນບານຂອງທັງສອງທີມກໍ່ເລື່ອງວຸ້ນວາຍຕີກັນ ໃນໄລຍະພັກເຄິ່ງເວລາຂອງເກມຮອບ 64 ທີມສຸດທ້າຍ ຈົນເກມຕ້ອງຖືກຍົກເລີກ ເມື່ອວັນທີ 17 ທັນວາທີ່ຜ່ານມາ.

ໃນເກມດັ່ງກ່າວ ແຟນບານຂອງທັງສອງທີມ ມີການປະທະກັນແລ້ວແລ່ນຫລັ່ງໄຫລກັນລົງມາສະຫນາມ ລວມເຖິງມີການຂວ້າງພຸໃສ່ກັນໃນໄລຍະພັກເຄິ່ງເວລາ ຂະນະທີ່ເກມສະເຫມີກັນຢູ່ 1-1 ເປັນເຫດໃຫ້ເກມຕ້ອງຖືກຍົກເລີກ ກ່ອນທີ່ສະຫະພັນບານເຕະຝຣັ່ງ ຈະມີຄຳສັ່ງໃຫ້ປັບໄຫມ ທັງ 2 ທີມຕົກຮອບ ໂດຍທີ່ ສະໂມສອນ ນິສ ທີ່ໄປຢືລໍຖ້າພົບຜູ້ຊະນະຄູ່ນີ້ໃນຮອບ 32 ທີມສຸດທ້າຍ ຜ່ານເຂົ້າຮອບ 16 ທີມສຸດທ້າຍໄປເລີຍບໍ່ຕ້ອງແຂ່ງຂັນ.

ນອກຈາກນີ້ ລີຢົງ ເຊິ່ງເກ່ອນຫນ້ານີ້ເຄີຍຖືກຕັດ 1 ຄະແນນ ຫລັງແຟນບານຂວ້າງກວດນ້ຳໃສ່ ດະມິທຣີ ປາເຢດ ກອງກາງ ໂອລິມປິກ ມາກເຊ ໃນເກມລີກເມື່ອໄລຍະເດືອນພະຈິກທີ່ຜ່ານມານັ້ນ ຍັງຖືກລົງໂທດປັບເງິນ 52,000 ຢູໂຣ ແລະ ຖືກສັ່ງຫ້າມແຟນບານຕາມໄປເຊຍທີມໃນເກມຢາມທຸກລາຍການໃນຕ່າງປະເທດ ຕະຫລອດໄລຍະທີ່ເຫລືອຂອງລະດູການນີ້ ແຖມຍັງຖືກໂທດປັບຕົກຮອບໃນຂັນ ເຟຣັນ ຄັພ ລະດູການຫນ້ານຳອີກ ຫາກແຟນບານຂອງທີມຍັງກ່ໍ່ບັນຫາຈົນເຮັດໃຫ້ເກມຕ້ອງຖືກຍົກເລີກອີກເທື່ອຫນຶ່ງ ສ່ວນ ປາຣິສ ເອັຟຊີ ຖືກປັບ 10,000 ຢູໂຣ ແລະ ຖືກຫ້າມແຟນບານເຂົ້າຊົມເກມໃນບ້ານ 5 ນັດ.