ເຣອັນ ມາດຣິດ ກຽມສົ່ງ ອາຊາ ສະຫລັບກັບ ເຈມ

ເຣອັນ ມາດຣິດ ທີມຜູ້ນຳຕາຕະລາງ ລາ ລີກາ ສະເປນ ເລັງຄວ້າ ຣິສ ເຈມ ປີກຫລັງຈອມບຸກຂອງ ເຊລຊີ ໄປເສີມແດນຫລັງ ໂດຍກຽມສົ່ງ ເອແດນ ອາຊາ ມາເປັນສ່ວນຫນຶ່ງໃນຂໍ້ສະເຫນີເພື່ອໂນ້ມນ້າວໃຫ້ ເຊລຊີ ຍອມປ່ອຍ ກອງຫລັງທີມຊາດອັງກິດໄປຫລິ້ນໃນຖິ່ນ ຊານຕີອາໂກ ເບນາເບລ.

‘‘ ເອລ ນາຊີອອງນາລ ’’ ສື່ໃນປະເທດສະເປນລາຍງານຂ່າວວ່າ ຄາໂລ ອັນເຊລັອດຕິ ຜູ້ຈັດການທີມຂອງ ເຣອັນ ມາດຣິດ ຢາກໄດ້ ເຈມ ໄປເປັນໂຕແທນໃນໄລຍະຍາວຂອງ ດານີ ກາບາຄາລ ກອງຫລັງທີມຊາດສະເປນ ທີ່ຮ່າງກາຍພວມອ່ອນແອລົງທຸກມື້ ໂດຍພ້ອມລົງທຶນຫລາຍກວ່າ 50 ລ້ານປອນ ຫລື  ເພື່ອສານຝັນໃນການເຊັນສັນຍາກັບດາວເຕະອາຍຸ 22 ປີ.

ນອກຈາກນີ້ ເຣອັນ ມາດຣິດ ຍັງພ້ອມພ່ວງ ເອແດນ ອາຊາ ເຊິ່ງປະສົບຄວາມລົ້ມເຫລວຢ່າງຫມົດສະພາບໃນການຫລິ້ນໃນຖິ່ນ ເບນາເບລ ນັ້ນ ມາເປັນສ່ວນຫນຶ່ງໃນຂໍ້ສະເຫນີນຳອີກ ຫລັງຈາກທີ່ເຄີຍມີຂ່າວວ່າ ໂຣມັນ ອະບຣາໂມວິດ ເຈົ້າຂອງທີມ ເຊລຊີ ຢາກໄດ້ ປີກທີມຊາດເບລຢ້ຽມ ກັບມາໂຊລີລາໃນຖິ່ນ ສະແຕມຟອດ ບຣິດ ອີກຄັ້ງຫນຶ່ງ.