ງົດອາຫານຄາບໃດເຜົາຜານໄຂມັນໄດ້ດີທີ່ສຸດ ແລະ ສຸຂະພາບດີຂຶ້ນ

ກ່ອນໜ້ານີ້ທຸກທ່ານອາດມີຄວາມເຊື່ອກັນວ່າ ຕ້ອງກິນເຂົ້າໃຫ້ຄົບ 3 ຄາບທຸກມື້, ແຕ່ຄວາມຈິງແລ້ວ ການອົດອາຫານໃນບາງຄາບ,​ ບາງໄລຍະເວລາຂອງມື້ ອາດສົ່ງຜົນດີຕໍ່ຮ່າງກາຍໄດ້ຫລາຍກ່ວາ ເຊິ່ງຜູ້ຊ່ຽວຊານໄດ້ມີຄຳອະທິບາຍ ແລະ ຄຳແນະນຳວ່າ : ຄວນງົດເຂົ້າຄາບໃດ ແລະ ໄລຍະເວລາໃດ ຈຶ່ງຈະຊ່ວຍໃຫ້ລະບົບເຜົາຜານພະລັງງານໃນຮ່າງກາຍເຮັດວຽກໄດ້ດີທີ່ສຸດ.

  • ການງົດອາຫານອາດສົ່ງຜົນດີຕໍ່ສຸຂະພາບຫລາຍກ່ວາທີ່ຄິດ : ໃນຜູ້ທີ່ມີອາຍຸຕໍ່າກ່ວາ 20 ປີ ການກິນອາຫານໃຫ້ຄົບ 3 ຄາບ ເປັນເລື່ອງທີ່ແນະນຳ ເພາະຮໍໂມນໃນຮ່າງກາຍຍັງບໍ່ຄົງທີ່ ແລະ ຍັງຕ້ອງການສານອາຫານເພື່ອການຈະເລີນເຕີບໃຫຍ່ຫລາຍກ່ວາໄວອື່ນໆ, ແຕ່ຄົນທີ່ອາຍຸກາຍ 20 ປີໄປແລ້ວ ອາດບໍ່ໄດ້ຕ້ອງການປະລິມານອາຫານຫລາຍຄືເກົ່າ ການກິນອາຫານຫລາຍເກີນຄວາມຕ້ອງການຂອງຮ່າງກາຍຈະສ່ຽງເຮັດໃຫ້ຕຸ້ຍງ່າຍ ແລະ ເປັນພະຍາດອັນຕະລາຍດັ່ງເບົາຫວານ ແລະ ຄວາມດັນໄດ້ຫລາຍກ່ວາ.
  • ຄວາມຈິງແລ້ວເຮົາສາມາດຫລຸດຈຳນວນຄາບອາຫານລົງໄດ້ ໂດຍແນະນຳໃຫ້ລອງຫລຸດຈຳນວນຄາບອາຫານລົງເປັນ 2 ຄາບຕໍ່ມື້ ຫລື ໃນບາງຄົນທີ່ລອງກິນອາຫານພຽງຄາບດຽວຕໍ່ມື້ ONE MEAL A DAY ຫລື OMAD ມີຜົນການວິໄຈອອກມາແລ້ວວ່າ ສາມາດຊ່ວຍເຮັດໃຫ້ນານເຖົ້າ ແລະ ຫລຸດຄວາມສ່ຽງຂອງພະຍາດຕ່າງໆ ໂດຍສະເພາະມະເຮັງໄດ້ນຳ, ແຕ່ຖ້າໃຜຢ້ານຫິວ ສາມາດລອງເລີ່ມຫລຸດເຫລືອ 2 ຄາບຕໍ່ມື້ເບິ່ງກ່ອນໄດ້.
  • ງົດອາຫານຄາບໃດເຜົາຜານໄຂມັນໄດ້ດີທີ່ສຸດ ແລະ ໄດ້ສຸຂະພາບທີ່ດີຂຶ້ນ ? ມີຄຳແນະນຳໃໝ່ວ່າໃຫ້ງົດເຂົ້າເຊົ້າ ເຖິງວ່າທຸກທ່ານອາດເຄີຍໄດ້ຮັບຄຳແນະນຳມາຕະຫລອດວ່າເຂົ້າເຊົ້າເປັນຄາບສຳຄັນທີ່ສຸດຂອງມື້, ແຕ່ຈາກການສຶກສາເທື່ອໃໝ່ພົບວ່າ : ໃນຕອນເຊົ້າ ຮໍໂມນເກຣລິນ ຫລື ຮໍໂມນທີ່ເຮັດໜ້າທີ່ໃຫ້ເຮົາຫິວຈະຫລັ່ງອອກມາບໍ່ຫລາຍ ເຮົາຈຶ່ງບໍ່ຄ່ອຍຮູ້ສຶກຫິວຫລາຍໃນຕອນເຊົ້າ ແລະ ຫາກເຮົາກິນອາຫານເນັ້ນໃຫ້ພະລັງງານຈາກຄາໂບໄຮເດຣດທີ່ບໍ່ດີຕໍ່ຮ່າງກາຍຫລາຍເກີນໄປ (ແປ້ງ ແລະ ນຳ້ຕານ ເຊັ່ນ : ເຂົ້າໜົມປັງຂາວທາແຍມທີ່ມີນຳ້ຕານຫລາຍ,​ ທາເນີຍ, ທານຳ້ເຜິ້ງ ຫລື ຊັອກໂກແລັດ) ອາດບໍ່ດີຕໍ່ຮ່າງກາຍປານໃດ. ໂດຍທ່ານສາມາດກິນຄາໂບໄຮເດຣດທີ່ດີຕໍ່ຮ່າງກາຍໄດ້ ໂດຍມາຈາກຜັກຕະກູນຫົວທີ່ເຖິງຈະມີແປ້ງ ແຕ່ກໍມີໄຍອາຫານຫລາຍນຳ ລວມເຖິງໝາກໄມ້ທີ່ບໍ່ຫວານຫລາຍ.
  • ລອງກິນເຂົ້າເຊົ້າກັບເຂົ້າສວາຍລວມກັນເປັນຄາບດຽວ ແລ້ວກິນເຂົ້າແລງອີກເທື່ອໜຶ່ງບໍ່ເກີນ 19.00 ໂມງ ຈະເຮັດໃຫ້ເຮົາໄດ້ເຮັດ IF (Intermittent Fasting) ໄດ້ໃນສູດ 10/14 ຫລື 16/8 ໄດ້ (ຈຳນວນຊົ່ວໂມງທີ່ງົດຄາບເຂົ້າ/ກິນອາຫານໄດ້) ຫາກມີການງົດຄາບເຂົ້າ ໃຫ້ຮ່າງກາຍໄດ້ພັກຈາກການກິນອາຫານໄວ້ແດ່ ຈະສົ່ງຜົນດີຕໍ່ລະບົບເຜົາຜານໄຂມັນໃນຮ່າງກາຍ.
  • ແນວໃດກໍຕາມ, ຂໍ້ຄວນລະວັງ ວິທີນີ້ເໝາະສົມກັບຄົນທີ່ມີອາຍຸ 20 ປີຂຶ້ນໄປແລ້ວເທົ່ານັ້ນ ເຊິ່ງບໍ່ເໝາະສົມກັບໄວໜຸ່ມນ້ອຍ ຫລື ໄວກຳລັງຈະເລີນເຕີບໃຫຍ່.