ລາວຈະກ້າວສູ່ປະເທດກຳລັງພັດທະນາໄດ້ບໍ່?

ໃນປັດຈຸບັນ ສປປລາວ ແມ່ນຢູ່ໃນສະຖານະພາບປະເທດ ດ້ອຍພັດທະນາ ແຕ່ ພວກເຮົາກໍໄດ້ຍິນຂ່າວດີ ເມື່ອທ້າຍເດືອນ ພະຈິກ 2021 ທີ່ຜ່ານມານັ້ນ ສະມັດຊາໃຍຫ່ ອົງການ ສະຫະປະຊາຊາດ ໄດ້ຮອງເອົາ ສາມປະເທດ ຮວມທັງ ສປປລາວ ກຽມຫຼຸດພົ້ນ ຈາກປະເທດດ້ອຍພັດທະນາ.
ເມື່ອທ້າຍເດືອນພະຈິດທີ່ຜ່ານມາ ສະມັດຊາໃຫຍ່ ໄດ້ຮັບຮອງເອົາ ສາມປະເທດຄື ສປປລາວ, ບັງກະລາເທດ ແລະ ເນປານ ຈະໄດ້ຫຼຸດພົ້ນຈາກສະຖານະພາບປະເທດ ດ້ອຍພັດທະນາ ໂດຍມີຖະແຫຼງການຈາກ ອົງການ ສະຫະປະຊາຊາດ ວ່າ “ສາມປະເທດດັ່ງກ່າວຈະ ຫຼຸດພົ້ນ ຈາກປະເທດ ດ້ອຍພັດທະນາ ພາຍຫຼັງ ໄດ້ມີການຕໍ່ເວລາກະກຽມ ເປັນ 5 ປີ ຈາກປົກກະຕິ 3 ປີ ເຊິ່ງຈະສາມາດ ຊ່ວຍໃຫ້ບັນດາປະເທດດັ່້ງກ່້າວຫຼຸດພົ້ນຈາກ ປະເທດດ້ອຍພັດທະນາ ຄຽງຄູ່ກັບການກະກຽມແຜນການຟື້ນຟູເສດຖະກິດ ຫຼັງ ໂຄວິດ 19 ລະບາດ ແລະພ້ອມທັງຈັດຕັ້ງປະຕິບັດບັນດາຍຸດທະສາດ ແລະນະໂຍບາຍຕ່າງໆ ເພື່ອປັບປຸງ ເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກ ການລະບາດຂອງພະຍາດ ໂຄວິດ 19.
ເງື່ອນໄຂໃນການ ຫຼຸດພົ້ນຈາກປະເທດດ້ອຍພັດທະນາ ນີ້ ແມ່ນອີງໃສ່ ສາມເງື່ອນໄຂ ສຳຄັນຄື 1- ລາຍໄດ້ລວມແຫ່ງຊາດ (GNI) ທີ່ບັນລຸ 1,242 ໂດລາ ສະຫະລັດຕໍ່ຫົວຄົນ, 2- ດັດສະນີທາງດ້ານຊັບພະຍາກອນ ມະນຸດ (HAI) ທີທມີຄະແນນ 66 ຫຼື ຫລາຍຫວ່າ ແລະ 3 ຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ມີຄະແນນ 32 ຫຼືຕໍ່າກວ່າ.
ສປປລາວ ແມ່ນໄດ້ຕັ້ງຄາດໝາຍວ່າ ພາຍໃນປີ 2026 ປະເທດເຮົາຈະສາມາດກຽມພ້ອມທຸກດ້ານ ຄົບທຸກເງື່ອນໄຂເພື່ອກຽມພ້ອມ ໃນການຫຼຸດພົ້ນຈາກປະເທດທີ່ດ້ອຍພັດທະນາ.
ຜູ້ຂຽນກໍຄິດວ່າ ນີ້ເປັນຂ່າວດີ ເພາະສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ດ້ານການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງພວກເຮົາໃນໄລຍະຜ່ານມາ ບໍ່ວ່າຈະເປັນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາ ສະຫະສະຫວັດ (MDGs) ລະ ການເປົ້າໝາຍການພັດທະນາ ທີ່ຍືນຍົງ (SDGs)ໃນປັດຈຸບັນ.
ອີງຕາມການປະເມີນຂອງທະນາຄານໂລກ ໃຫ້ຮູ້ວ່າ ລະຫວ່າງປີ 1993-2019 ອັດຕາຄວາມທຸກຍາກ ຂອງ ສປປລາວ ຫຼຸດລົງຈາກ 46% ມາເປັນ 18% ແລະໃນໄລຍະດຽວກັນນັ້ນ ການເຕີບໂຕທາງດ້ານເສດຖະກິດໂດຍສະເລ່ຍ ແມ່ນ 7.3% ເຊິ່ງຖືວ່າຢູ່ໃນລະດັບສູງ.
ຈາກການປະເມີນດັ່ງກ່າວນັ້ນ ທະນາຄານໂລກກໍໄດ້ມີຂໍ້ສະເໜີເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ ໃນປ ສປປລາວ ເຊັ່ນ ການສ້າງໂຄງຮ່າງພື້ນຖານການຄົມມະນາຄົມ ເຊື່ອມຕໍ່ເຂດຊົນນະບົດ, ການສົ່ງເສີມການພັດທະນາກະສິກຳທີ່ຫຼາກຫຼາຍ ແລະເປັນສິນຄ້າ ເຊິ່ງ ລັດຖະບານເຮົາ ກໍໄດ້່ ໃຫ້ບູລິມະສິດ ສອງວຽກງານດັ່ງກ່າວນີ້ ໂດຍສະເພາະ ປີນີ້ ແມ່ນການເປີດ ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ, ການເປີດການນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ, ລັດຖະບານ ສປປລາວ ແລະ ສປ ຈີນ ເຊັນສັນຍາ ການສົ່ງອອກ ສິນຄ້າກະສິກຳ ຈຳນວນຫຼາຍ ແຕ່ນີ້ ຮອດປີ 2025 ເຊິ່ງຈະເປັນການຊຸກຍູ້ໃຫ້ ເສດຖະກິດ-ສັງຄົມ ເຂັ້ມແຂງກວ່າເກົ່າ.
ໃນຂະນະທີ່ ຜູ້ຂຽນມີຄວາມໝັ້ນໃຈວ່າ ສປປລາວ ຈະສາມາດສ້າງເງື່່ອນໄຂທີ່ຄົບຖ້ວນ ເພື່ອປ່ຽນສະຖານະພາບ ເປັນປະເທດກຳລັງພັດທະນາໄດ້ ແຕ່ພວກເຮົາບໍ່ຄວນຈະດີໃຈຕໍ່ກັບບັນດາຕົວເລກນີ້ຫຼາຍ ຈົນກວ່າ ຈະແນ່ໃຈວ່າ ປະຊາຊົນພວກເຮົາ ທຸກເຜົ່າໄດ້ຮັບຜົນປະໂຫຍດຈາກການພັດທະນາຂອງຊາດເທົ່າທຽມກັນ, ມີຊີວິດການເປັນຢູ່ທີ່ດີ, ໄດ້ຮັບການບໍລິການສາທາລະນະ ທີ່ມີຄຸນນະພາບກວ່າເກົ່າ.

