ແມນຢູ ມີໂອກາດສູງຄວ້າຈອມຖະຫລົ່ມປະຕູ ຄ່າໂຕ 63 ລ້ານປອນ

ວັນທີ 26 ທັນວານີ້ ສື່ຊື່ດັງຂອງເຢຍລະມັນລາຍງານຂ່າວວ່າ ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກອັງກິດ ກາຍເປັນທີມທີ່ມີໂອກາດສູງທີ່ຈະໄດ້ ເອີຣິງເບຣົາ ຮາແລນ ກອງຫນ້າທີມຊາດນໍເວ ຂອງ ໂບຣຸສເຊຍ ດອດມຸນ ມາສູ່ຖິ່ນໂອນ ແທຣຟຟອດ ໃນລະດູການຫນ້າ.

ສຳລັບ ຮາແລນ ອາຍຸ 21 ປີ ໄດ້ຮັບການຍ້ອງຍໍວ່າເປັນຫນຶ່ງໃນສຸດຍອດດາວຍິງຂອງໂລກຍຸກປັດຈຸບັນ ລະດູການນີ້ຍິງໄປແລ້ວ 19 ປະຕູ ກັບ 5 ແອສຊິສ ຈາກການລົງສະຫນາມ 16 ເກມ ລວມທຸກລາຍການໃຫ້ ດອດມຸນ ສົ່ງຜົນໃຫ້ຕົກເປັນທີ່ຫມາຍປອງຂອງບັນດາສະໂມສອນໃຫຍ່ໃນທະວີບເອີຣົບ ໂດຍລາວຈະມີຄ່າຈີກສັນຍາ 63 ລ້ານປອນ ໃນໄລຍະລະດູການຫນ້າ.

ທັງນີ້ລາຍງານຫລ້າສຸດຈາກສື່ເຢຍລະມັນລະບຸວ່າ ແມນເຊສເຕີ ຢູໄນເຕັດ ຫຍັບເຂົ້າໃກ້ເປັນທີມອັນດັບ 1 ທີ່ມີໂອກາດຈະໄດ້ ຮາແລນ ມາຮ່ວມທີມແລ້ວ ເນື່ອງຈາກພວກເຂົາພ້ອມທີ່ຈະຈ່າຍຄ່າຈີກສັນຍາຈຳນວນ 63 ລ້ານປອນ ແລະ ເບິ່ງວ່າ ຮາແລນ ເປັນເປົ້າຫມາຍຫລັກຢ່າງຈະແຈ້ງ ຂະນະທີ່ທີມອື່ນຍັງຄົງບໍ່ລັງເລ ແລະ ເບິ່ງໂຕເລືອກອື່ນເອົາໄວ້.