ອົງການອະນາໄມໂລກເຜີຍ ໂອມິຄຣອນ ລະບາດແລ້ວ 110 ປະເທດ ເນັ້ນແພ່ໄວ ພົບຜູ້ຕິດເຊື້ອເພີ່ມສອງເທົ່າໃນ 2-3 ວັນ

ອົງການອະນາໄມໂລກເຜີຍ ໄວຣັສ “ໂອມິຄຣອນ” ຖືກພົບແລ້ວໃນ 110 ປະເທດ ເນັ້ນເປັນສາຍພັນທີ່ແພ່ລະບາດຢ່າງວ່ອງໄວ ບາງພື້ນທີ່ພົບຜູ້ຕິດເຊື້ອເພີ່ມເປັນສອງເທົ່າໃນເວລາພຽງ 2-3 ວັນ ເຖິງວ່າອາການຈະບໍ່ຮຸນແຮງເທົ່າເດວຕາ.

ວັນທີ 25 ທັນວາ 2021, ອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ໄວຣັສໂຄວິດ-19 ສາຍພັນໂອມິຄຣອນຖືກພົບແລ້ວໃນ 110 ປະເທດທົ່ວໂລກ ແລະ ຍັງແພ່ກະຈາຍຢ່າງທະວີຄູນ ໂດຍມີຫລາຍພື້ນທີ່ທີ່ພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເປັນສອງເທົ່າໃນໄລຍະເວລາພຽງ 2-3 ວັນ.

ອົງການອະນາໄມໂລກລະບຸໃນຖະແຫລງການທີ່ເຜີຍແພ່ອອກມາໃນວັນທີ 24 ທັນວາວ່າ: ຈາກຂໍ້ມູນຫລ້າສຸດທີ່ມີຢູ່ມີຫລັກຖານສະແດງໃຫ້ເຫັນວ່າ: ໄວຣັສໂຄວິດ-19 ສາຍພັນໂອມິຄຣອນ ມີຄວາມໄດ້ປຽບໃນການແພ່ກະຈາຍເຊື້ອຫລາຍກວ່າສາຍພັນເດວຕາ ໂດຍພົບວ່າເຊື້ອໄວຣັສສາຍພັນໃໝ່ກຳລັງແພ່ກະຈາຍຢ່າງວ່ອງໄວໃນປະເທດທີ່ມີລາຍງານພົບການລະບາດໃນຊຸມຊົນ.

ຖະແຫລງການຂອງອົງການອະນາໄມໂລກລະບຸຕໍ່ໄປວ່າ: “ທ່າອ່ຽງການເຕີບໃຫຍ່ຂອງການແພ່ລະບາດໃນອາຟຣິກາໃຕ້ກຳລັງຫລຸດລົງ ເນື່ອງຈາກພົບອັດຕາການຕິດເຊື້ອຫລຸດລົງໃນແຂວງເຄົາເຕັງ ເຊິ່ງເປັນທີ່ຕັ້ງຂອງເມືອງໂຈຮັນເນສເບິກ. ເຖິງຢ່າງໃດກໍຕາມ, ຍັງບໍ່ສາມາດບອກໄດ້ວ່າ: ອັດຕາການຕິດເຊື້ອທີ່ເພີ່ມຂຶ້ນຢ່າງວ່ອງໄວໃນຊ່ວງເດືອນພະຈິກຜ່ານມານັ້ນເປັນເພາະເຊື້ອໄວຣັສສາມາດຫລົບຫລີກພູມຕ້ານທານໄດ້ ຫລື ມີການແພ່ເຊື້ອໃນຊຸມຊົນເກີດຂຶ້ນຕາມທຳມະຊາດໃນຊ່ວງເວລານັ້ນພໍດີ ເຊິ່ງມີຄວາມເປັນໄປໄດ້ທີ່ຈະເກີດຈາກທັງສອງສາເຫດລວມກັນ”.

ອົງການອະນາໄມໂລກອະທິບາຍຕໍ່ວ່າ: ເຖິງວ່າຂໍ້ມູນເບື້ອງຕົ້ນຈາກອາຟຣິກາໃຕ້, ອັງກິດ ແລະ ເດນມາກ ຈະສະແດງໃຫ້ເຫັນວ່າ: ໂອມິຄຣອນມີຄວາມສ່ຽງຈະເຮັດໃຫ້ຜູ້ຕິດເຊື້ອຕ້ອງເຂົ້າປິ່ນປົວຢູ່ໂຮງໝໍຕໍ່າກວ່າເດວຕາ, ແຕ່ນີ້ເປັນພຽງບາງແງ່ມຸມທີ່ຍັງບໍ່ສາມາດບອກໄດ້ແນ່ນອນເຖິງຄວາມຮຸນແຮງຂອງເຊື້ອສາຍພັນນີ້ ເຊິ່ງອາດສາມາດປ່ຽນແປງໄດ້ຖ້າມີຂໍ້ມູນໃໝ່ໆເຂົ້າມາເພີ່ມ.

ນອກຈາກນີ້, ອົງການອະນາໄມໂລກຍັງເນັ້ນວ່າ: ຂໍ້ມູນທີ່ກ່ຽວຂອງກັບໄວຣັສໂອມິຄຣອນໃນຕອນນີ້ຍັງມີຢູ່ຢ່າງຈຳກັດ ແລະ ຍັງບໍ່ມີຫລັກຖານທີ່ແນ່ນອນກ່ຽວກັບຄວາມສາມາດໃນການຫລົບຫລີກພູມຕ້ານທານຂອງໄວຣັສສາຍພັນນີ້ ໂດຍຍົກຕົວຢ່າງເຖິງກໍລະນີທີ່ພົບການຕິດເຊື້ອຊ້ຳເພີ່ມຂຶ້ນໃນອັງກິດ, ເດນມາກ ແລະ ອິດສະລາແອນ ເຊິ່ງຈຳເປັນຈະຕ້ອງອາໄສການເກັບຂໍ້ມູນເພີ່ມຕື່ມມາສຶກສາດ້ວຍຄວາມລະມັດລະວັງຕໍ່ໄປ.

ອ້າງອີງ:

https://www.who.int/…/enhancing-readiness-for-omicron…/