ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ສານປະຊາຊົນ ປັບປຸງມາດຕະຖານພະນັກງານໃຫ້ປະຕິບັດຢ່າງໂປ່ງໃສ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຈັດຕັ້ງຂອງສານປະຊາຊົນທົ່ວປະເທດ 5 ປີ (2016-2020) ແລະ ວາງທິດທາງແຜນການ 5 ປີ (2021-2025) ໃນວັນທີ 23-24 ທັນວາ 2021 ທີ່ສານປະຊາຊົນສູງສຸດ, ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວຊົມເຊີຍຜົນງານການຊີ້ນຳ-ນຳພາ ພະນັກງານທົ່ວສານປະຊາຊົນ ເຮັດສຳເລັດໜ້າທີ່ການເມືອງຂອງຕົນຮັບຜິດຊອບໄດ້ຕາມຄາດໝາຍທີ່ວາງໄວ້ ທັງເນັ້ນໃຫ້ຕ້ອງບຸກບືນເອົາໃຈໃສ່ຄົ້ນຄວ້າ ທິດທາງທີ່ວາງອອກ ແລະ ຫັນເປັນແຜນການ, ໂຄງການ ເພື່ອຈັດຕັ້ງປະຕິບັດ. ຂະນະດຽວກັນກໍໃຫ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງເພື່ອສ້າງຄວາມຮັບຮູ້ເປັນເອກະພາບຢູ່ໃນລະດັບສູງ ແລະ ປະຕິບັດໃຫ້ຖືກຕ້ອງຄົບຖ້ວນຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະ ຄົ້ນ ຄວ້າໃຫ້ເລິກເຊິ່ງ, ສ້າງຄວາມຮັບຮູ້ ແລະ ຄວາມເປັນເອກະພາບ ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI. ແນວໃດກໍດີເພື່ອຮັບປະກັນໃຫ້ທິດທາງແຜນການຕໍ່ໜ້າສຳເລັດຕາມຄາດໝາຍທີ່ວາງໄວ້ ຈົ່ງເອົາໃຈໃສ່ຕື່ມບາງບັນຫາລຸ່ມນີ້:

อาจเป็นรูปภาพของ 4 คน และ ผู้คนกำลังยืน

1. ປັບປຸງບູລະນະມາດຕະຖານພະນັກງານນຳພາ-ຄຸ້ມຄອງແຕ່ລະປະເພດໃຫ້ລະອຽດ, ສ່ອງແສງຢ່າງຈະແຈ້ງເຖິງເປົ້າໝາຍຕອບສະໜອງການເລັ່ງທວງຂອງສະພາບການໃນໄລຍະໃໝ່, ໃນນັ້ນຖືເອົາຄວາມປອດໃສດ້ານການເມືອງເປັນກົກ, ຄວາມຮູ້ພື້ນຖານ ແລະ ປະສົບການຕົວຈິງ ເປັນສຳຄັນ. ປະຕິບັດເຂັ້ມງວດການຕີລາຄາ, ປະເມີນພະນັກ ງານຕາມມາດຕະຖານແຕ່ລະດ້ານ ທັງພິຈາລະນາພະນັກງານ ໂດຍອີງໃສ່ສະຕິຄວາມຮັບຜິດຊອບ, ຄວາມເສຍສະ ລະເພື່ອສ່ວນລວມ, ຄວາມສາມາດປະດິດສ້າງ, ກ້າເຮັດ, ກ້າຮັບຜິດຊອບ ແລະ ປະສິດທິຜົນຕົວຈິງໃນການປະຕິ ບັດໜ້າທີ່ໄລຍະຜ່ານມາ ເພື່ອເປັນບ່ອນອີງພິຈາລະນາແຕ່ງຕັ້ງ, ສັບຊ້ອນພະນັກງານ; ຕ້ອງຖືການພິຈາລະນາແບບ “ມີຂຶ້ນ-ມີລົງ, ເຂົ້າ-ອອກ” ແລະ ເຄື່ອນຍ້າຍບ່ອນປະຈຳການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.

2. ຕ້ອງກຳນົດຢ່າງຈະແຈ້ງ, ຮັດກຸມ ແລະ ປະຕິບັດຢ່າງໂປ່ງໃສ ລະບອບອຸດໜູນຜູ້ທີ່ມີຜົນງານດີເດັ່ນຕິດພັນກັບການປະດິດສ້າງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ຊຸກຍູ້ ແລະ ປະຕິບັດນະໂຍບາຍທີ່ມີແລ້ວໃຫ້ສອດຄ່ອງ ແລະ ຄົບຖ້ວນ; ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດນະໂຍບາຍບາຍຕໍ່ພະ ນັກງານໃຫ້ແທດຕົວຈິງ, ກວດກາເປົ້າໝາຍຕ່າງໆ ທີ່ໄດ້ຮັບນະໂຍບາຍໃຫ້ຖືກຕ້ອງ ເພື່ອຫຼີກເວັ້ນການບິດເບືອນກ່າວໂຈມຕີຂອງກຸ່ມຄົນບໍ່ດີ ຕໍ່ນະໂຍບາຍຂອງພັກ-ລັດເຮົາ.

3. ການຄຸ້ມຄອງພະນັກງານ ຕ້ອງຈັດຕັ້ງປະຕິບັດຢ່າງເປັນລະບົບນັບແຕ່ການເກັບກຳສະຖິຕິ, ປະຫວັດການເຄື່ອນ ໄຫວ ແລະ ການປ່ຽນແປງຂອງສະພາບສະມາຊິກພັກ-ພະນັກງານ. ເປັນເຈົ້າການສ້າງ, ປັບປຸງລະບອບ, ລະບຽບການ ທີ່ເປັນລະບົບຮັດກຸມ ເພື່ອສ້າງສະພາບແວດລ້ອມອັນດີໃຫ້ພະນັກງານປັບປຸງຕົນເອງ ແລະ ເສີມຂະຫຍາຍການປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ.