ເມີເຣ ໄດ້ສິດແຂ່ງໃນອອສເຕຣລຽນ ໂອເພັນ 2021

ຝ່າຍຈັດການແຂ່ງຂັນເທັນນິສແກຣນສະແລມ ‘‘ ອອສເຕຣລຽນ ໂອເພັນ ’’ ອອມາລະບຸວ່າ ແອນດີ້ ເມີເຣ ອະດີດນັກເຕັນິສ ມື 1 ຂອງໂລກ ຊາວອັງກິດ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນເທັນນິສແກລນສະແລມຂອງປີ ອອສເຕຣເລຽນ ໂອເພັນ.
ເມີເຣ ອະດີດຮອງແຊ໊ມລາຍນີ້ 5 ສະໄຫມ ປະສົບບັນບາດເຈັບຊ້ຳເຮື້ອ ຈົນຕ້ອງຜ່າຕັດ ຫລາຍຄັ້ງ ແລະ ຢຸດພັກໄປດົນໆ ໂດຍປັດຈຸບາອັນດັບໂລກຕົກໄປຢູ່ ອັນດັບ 134 ຂອງໂລກ ຈາກການຈັດອັນດັບຂອງເທສນິສຊາຍ ຫລື ATP.
ແນວໃດກໍຕາມ ລະດູການຜ່ານມາ ເມີເຣ ເລີ່ມຕົ້ນຟອມທີ່ດີຂຶ້ນ ສາມາດເອົາຊະນະມືຢູ່ໃນອັນດັບ 10 ໄດ້ພຽງ 2 ຄນ ຄື ຮູແບດ ຮູກັດ ແລະ ຢານນິກ ຊິນເນີ ລວມທັງເອົາຊະນະ ຣາຟາເອລ ນາດາລ ມື 6 ຂອງໂລກຊາວສະເປນໃນການແຂ່ງຂັນເທັນນິສລາຍການພິເສດທີ່ອາບູດາບີ ເມື່ອອາທິດທີ່ຜ່ານມາ.
ດ້ານ ເຄຣ໊ກ ໄທລີ ປະທານສະຫະພັນເທັນນິສອອສເຕຣເລຍໂອເພັນໃນຖານະເຈົ້າພາບກ່າວວ່າ : ເມີເຣີ ເຊິ່ງເຄີຍເຂົ້າຊີງລາຍການອອສເຕຣລຽນ ໂອເພັນ ມາແລ້ວ 5 ຄັ້ງ ເປັນທີ່ຮູ້ຈັກກັນດີຈາກຄວາມມຸ້ງໝັ້ນຕັ້ງໃຈ ຄວາມທຸ່ມເທ ແລະ ຄວາມຮັກທີ່ມີຕໍ່ກິລາເທັນນິສ ຈຶ່ງຍິນດີທີ່ຈະຕ້ອນຮັບລາວກັບສູ່ ເມລເບິນ ອີກເທື່ອຫນຶ່ງໃນເດືອນມັງກອນປີຫນ້າ.

