ສ.ເກົາຫລີ ອະໄພຍະໂທດອະດີດປະທານາທິບໍດີ ປັກກີນເຮ ຫລັງຖືກຕັດສິນຕິດຄຸກ 22 ປີ ຄະດີສໍ້ລາດບັງຫລວງໃນປີ 2018

ນາງ ປັກກີນເຮ ອະດີດປະທານາທິບໍດີ ສ.ເກົາຫລີ ອາຍຸ 69 ປີ ໄດ້ຮັບການອະໄພຍະໂທດຈາກປະທານາທິບໍດີ ມຸນແຈອິນ ຫລັງຖືກຕັດສິນຕິດຄຸກ 22 ປີ ໃນຂໍ້ຫາສໍ້ລາດບັງຫລວງ.

ນາງ ປັກກີນເຮ ຖືກຖອດຖອນຈາກຕຳແໜ່ງປະທານາທິບໍດີໃນປີ 2017 ເຊິ່ງເຮັດໃຫ້ນາງກາຍເປັນປະທານາທິບໍດີ ສ.ເກົາຫລີ ທີ່ມາຈາກການເລືອກຕັ້ງຄົນທຳອິດທີ່ຖືກຖອດຖອນອອກຈາກຕຳແໜ່ງ. ຈາກນັ້ນໃນປີ 2018 ນາງຖືກຕັດສິນວ່າມີຄວາມຜິດຂໍ້ຫາໃຊ້ອຳນາດໃນທາງບໍ່ຖືກຕ້ອງ ແລະ ບັງຄັບຂູ່ເຂັນ.

ນາງຢູ່ໃນລາຍຊື່ຜູ້ທີ່ຮັບການພິຈາລະນາອະໄພຍະໂທດ ເນື່ອງໃນວັນປີໃໝ່ຂອງປະທານາທິບໍດີ ມຸນແຈອິນ ເຊິ່ງສຳນັກຂ່າວ Yonhap ລາຍງານວ່າ: ຈາກບັນຫາສຸຂະພາບຂອງນາງ ເຮັດໃຫ້ນາງໄດ້ຮັບການພິຈາລະນາ ໂດຍໃນປີນີ້ນາງເຂົ້າໂຮງໝໍ 3 ຄັ້ງ ຈາກພະຍາດເຈັບບ່າ ແລະ ເຈັບຫລັງຊ້ຳເຮື້ອ.

ນອກຈາກນາງ ປັກກີນເຮ ແລ້ວ, ນາງ ຮັນມຽງຊຸກ ອະດີດນາຍົກລັດຖະມົນຕີຍິງຄົນທຳອິດຂອງ ສ.ເກົາຫລີ ກໍໄດ້ຮັບການອະໄພຍະໂທດຈາກລັດຖະບານໃນວັນທີ 24 ທັນວາ ຫລັງຢູ່ໃນຄຸກແລ້ວ 2 ປີ ລະຫວ່າງປີ 2015-2017 ຈາກຄວາມຜິດຄະດີຮັບສິນບົນ.

ທັງນີ້, ນາງ ປັກກີນເຮ ຖືກຕັດສິນວ່າມີຄວາມຜິດ 6 ຂໍ້ຫາ ຈາກທັງໝົດ 18 ຂໍ້ຫາທີ່ຖືກຟ້ອງ ເຊິ່ງສ່ວນຫລາຍກ່ຽວກັບການຮັບສິນບົນ ແລະ ບັງຄັບຂູ່ເຂັນ ໂດຍສານຕັດສິນວ່ານາງສົມຮູ້ຮ່ວມຄິດກັບໝູ່ໃກ້ຊິດ ນາງ ຊອຍຊຸນຊິລ ໃນການກົດດັນກຸ່ມບໍລິສັດຂະໜາດໃຫຍ່ຄື Samsung ແລະ Lotte ໃຫ້ບໍລິຈາກເງິນຫລາຍລ້ານໂດລາແກ່ມູນນິທິທີ່ບໍລິຫານໂດຍນາງ ຊອຍຊຸນຊິລ.

ນອກຈາກນີ້, ນາງ ປັກກີນເຮ ຍັງມີຄວາມຜິດຂໍ້ຫາເປີດເຜີຍເອກະສານລັບຂອງປະທານາທິບໍດີຕໍ່ໝູ່ໃກ້ຊິດນຳອີກ.

ອ້າງອີງ:

https://www.bbc.com/news/world-asia-59777757