ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຕ້ອນຮັບຄະນະທີມງານກອງທຶນການເງິນສາກົນ IMF

ໃນຫວ່າງບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຮູບແບບທາງໄກຂອງທ່ານ Alasdair Scott ຫົວໜ້າຄະນະທີມງານ IMF, ພ້ອມດ້ວຍຄະນະພາຍຫຼັງສຳເລັດການເຄື່ອນໄຫວເຮັດວຽກການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ພາຍໃຕ້ມາດຕາ 4 ປະຈຳສົກປີ 2021.
ໃນລະຫວ່າງການພົບປະດັ່ງກ່າວທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວທົບທວນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2021 ຂອງຄະນະວິຊາການ IMF ຕະຫຼອດໄລຍະເວລາ 2 ອາທິດທີ່ຜ່ານມາເຫັນວ່າຄະນະທີມງານຂອງ IMF ໄດ້ຮ່ວມເຮັດວຽກກັບຄະນະວິຊາການກັບກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງລັດຖະບານ ແລະ ພາກເອກະຊົນຈໍານວນໜຶ່ງ.
ຊຶ່ງໄດ້ລົງເລິກເຮັດວຽກຢ່າງລະອຽດໃນດ້ານວິຊາການ ແລະ ຂໍ້ມູນຕ່າງໆຈາກຜົນການເຮັດວຽກດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍທີ່ຄະນະທີມງານ IMFໄດ້ປະເມີນຢ່າງຮອບດ້ານສົມຄວນເຫັນໄດ້ທ່າອ່ຽງການຂະຫຍາຍຕົວ, ທ່າແຮງ ແລະ ຄວາມສ່ຽງ, ສີ່ງທ້າທ່າຍ, ພ້ອມທັງສະເໜີຄໍາແນະນໍາທີ່ທິ່ເປັນປະໂຫຍດ, ຊຶ່ງພາກສ່ວນກ່ຽວຂ້ອງຂອງສປປ ລາວ ຈະໄດ້ນໍາມາຄົ້ນຄວ້າປັບປຸງໃນການກໍານົດບັນດານະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດມະພາກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ການຄຸ້ມຄອງງົບປະມານແຫ່ງລັດ.
ປັດຈຸບັນລັດຖະບານແຫ່ງ ສປປ ລາວໄດ້ມີຄວາມພະຍາຍາມການວາງນະໂຍບາຍ ແລະ ມາດຕະການເພື່ອຟື້ນຟູເສດຖະກິດຈາກຜົນກະທົບຈາກການລະບາດຂອງCOVID-19, ລວມທັງການປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ທິດທາງໃນການຈັດຕັ້ງປະຕິບັດແຜນງົບປະມານໃນປີ 2022 ໂດຍສະເພາະການຈັດເກັບລາຍຮັບງົບປະມານໃຫ້ກັບສູ່ລະດັບປົກກະຕິໂດຍໄວ ແລະ ເພີ່ມຂຶ້ນໂດຍໄດ້ອອກນິຕິກໍາ ແລະ ມາດຕະການໃໝ່ທີ່ສໍາຄັນເຊັ່ນ: ດໍາລັດວ່າດ້ວຍການອັດຊ່ອງຫວ່າງການຮົ່ວໄຫລດ້ານລາຍຮັບ, ການຄຸ້ມຄອງລາຍຮັບຈາກຊັບພະຍາກອນດ້ານບໍ່ແຮ່, ການເກັບລາຍຮັບຈາກສິນຄ້າຟູມເຟື່ອຍຕ່າງໆ ແລະ ອື່ນໆ.
ດ້ານລາຍຈ່າຍສຸມໃສ່ການຫັດສາຍແອວໂດຍຫຼຸດລາຍຈ່າຍບໍລິຫານທີ່ບໍ່ຈໍາເປັນ ແລະ ຕັດລາຍຈ່າຍລົງທຶນໃໝ່, ພ້ອມນີ້ຍັງເຂັ້ມງວດການຄຸ້ມຄອງ ແລະ ບໍລິຫານໜີ້ສິນສາທາລະນະ,ສືບຕໍ່ປະຕິຮູບລັດວິສະຫະກິດທີ່ມີປະສິດທີຜົນໃນການດໍາເນີນທຸລະກິດຕໍ່າ, ຄາດຄະເນມາດຕະການຕ່າງໆຈະເລີ່ມມີຜົນໃນປີ 2022 ແລະ ຈະສາມາດເຮັດໃຫ້ງົບປະມານກ້າວສູ່ການເກີນດຸນພາຍໃນ ແລະ ມີສ່ວນແຮໄວ້ເພື່ອເປັນແຫລ່ງທຶນໃນການຊໍາລະໜີ້ສິນຕ່າງປະເທດຂອງລັດໃນແຕ່ລະປີ.
ພ້ອມດຽວກັນນີ້, ສະເໜີຄະນະທີມງານ ຂອງ IMF ຄົ້ນຄວ້າແລກປ່ຽນຂໍ້ມູນຮ່ວມກັບຄະນະວິຊາການຝ່າຍລາວຕື່ມເພື່ອປັບປຸງບາງຕົວເລກການຄາຄະເນເສດຖະກິດ, ລາຍຮັບ ແລະ ໜີ້ສິນສາທາລະນະໃຫ້ສອດຄ່ອງຕາມສະພາບຄວາມເປັນຈິງ ແລະ ທ່າແຮງການພັດທະນາຂອງລາວທີ່ຍັງມີພື້ນຖານຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃນຕໍ່ໜ້າໂດຍສະເພາະການເຊື່ອມຕໍ່ດ້ານຄົມມະນາຄົມຜ່ານທາງລົດໄຟລາວ-ຈີນ, ແຫຼ່ງລາຍຮັບຈາກຊັບພະຍາກອນທໍາມະຊາດໂດຍສະເພາະໃຫ້ອີງໃສ່ບັນດາແຜນນະໂຍບາຍ ແລະ ມາດຕະການເພີ່ມເຕີມທີ່ລັດຖະບານໄດ້ກໍານົດອອກແລ້ວຈະເປັນພື້ນຖານສໍາຄັນໃຫ້ແກ່ການຂະຫຍາຍເສດຖະກິດ ແລະ ການສ້າງລາຍຮັບໃນຕໍ່ໜ້າ.

