ຂໍ້ມູນຜູ້ເສຍຊີວິດໃໝ່ 4 ຄົນ ວັນທີ 22 ທັນວາ 2021 ໃນ ສປປ ລາວ ຄົນທີ 288

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ລາຍງານວັນທີ 22 ທັນວາ 2021 ນີ້ວ່າ: ຮອດປັດຈຸບັນມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 865 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 520 ຄົນ, ກໍາລັງປິ່ນປົວ 11.833 ຄົນ ແລະ ເສຍຊີວິດສະສົມທັງໝົດ 288 ຄົນ (ໃໝ່ 4 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ, ລາຍລະອຽດດ່ັງນີ້:
- ເພດຍິງ; ອາຍຸ: 68 ປີ, ບ້ານ ໃໝ່, ເມືອງ ຫລວງນໍ້າທາ, ແຂວງ: ຫລວງນໍ້າທາ
– ເຂົ້າໂຮງໝໍ: 19 ທັນວາ 2021, ເທັດ RDT COVID-19 (+)
– ປະຫວັດພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກ vaccine
– ອາການສະແດງ: ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫລັງຊຸດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ
– ໄດ້ຕິດຕາມປິ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ 21ທັນວາ 2021 ຄົນເຈັບໄດ້ເສຍຊິວິດ
- ເພດຊາຍ; ອາຍຸ 48 ປີ; ບ້ານ ດອນສໍາພັນ, ເມືອງ ຫລວງນໍ້າທາ, ແຂວງ ຫລວງນໍ້າທາ
– ເຂົ້າໂຮງໝໍ: 18ທັນວາ 2021; ກວດໂຄວິດ Positive
– ປະຫວັດພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ
– ບໍ່ໄດ້ຮັບການສັກ vaccine; ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ
– ວັນທີ 21 ທັນວາ 2021 ຄົນເຈັບໄດ້ເສຍຊິວິດ
- ເພດຍິງ ອາຍຸ 90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ບໍ່ໄດ້ສັກຢາກັນພະຍາດ
– ເຂົ້າໂຮງໝໍວັນທີ 19 ທັນວາ 2021 ດ້ວຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ
– ວັນທີ 21 ທັນວາ 2021 ໄດ້ເສຍຊິວິດ
- ເພດຍິງ ບ້ານ ເເກ້ວຄູນ ເມືອງ ວັງວຽງ ແຂວງ ວຽງຈັນ
– ພະຍາດປະຈຳຕົວ: ໄຂ່ຫລັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 16 ທັນວາ 2021: ມີອາການໄອ, ອິດເມື້ອຍ, ຫາຍໃຈຫອບ ,ຫາຍໃຈຝືດ ,ມາໄດ້ 5 ມື້ ,ຂາບວມທັງສອງເບື່ອງ ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ , ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ 15 : 30 ໂມງ.
o BP :142/86, P: 76 bpm , RR: 23 bpm , So2 : 91 % , T: 36.5
– ວັນທີ 20 ທັນວາ 2021 ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ, ຄົນເຈັບໄດ້ເສຍຊີວິດ

