ສ້າງບັນຍາກາດໃໝ່ໃຫ້ກ້າວໄກໄປກັບລົດໄຟ ລາວ-ຈີນ

ໂດຍ: ທິດກໍ່າ

ພາຍຫລັງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດຮັບໃຊ້ບໍລິການມວນຊົນມາແຕ່ວັນທີ 4 ທັນວາ 2021 ເຫັນໄດ້ວ່າຊາວລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ ໄດ້ໃຫ້ຄວາມສົນໃຈພາກັນແຫ່ໄປໃຊ້ບໍລິການຢ່າງຄັບຄາໜາແໜ້ນ. ຈາກສະຖິຕິໃນເບື້ອງຕົ້ນພຽງ 5 ວັນ ກໍມີຜູ້ໄປໃຊ້ບໍລິການເຖິງ 5 ພັນກວ່າຄົນ. ນີ້ກໍສະແດງໃຫ້ເຫັນວ່າ ລາວເຮົາໄດ້ກ້າວເຂົ້າສູ່ບັນຍາກາດໃໝ່ແຫ່ງຍຸກສະໄໝໄປກັບລົດໄຟຄວາມໄວສູງ ລາວ-ຈີນ ຢ່າງເຕັມຕົວ.

ບໍ່ພຽງແຕ່ເທົ່ານັ້ນ, ນອກຈາກຂະບວນຂົນສົ່ງຜູ້ໂດຍສານແລ້ວ ເສັ້ນທາງສາຍນີ້ຍັງເປັນເສັ້ນທາງຂົນສົ່ງສິນຄ້າຈາກຈີນມາລາວ ແລະ ຈາກລາວໄປຈີນ ແລະ ໄປຍັງບັນດາປະເທດໃນພາກພື້ນ ນັບທັງຫລາຍໆປະເທດແຖບທະວີບເອີຣົບໄດ້ຢ່າງສະດວກສະບາຍ ວ່ອງໄວ, ໄລຍະທາງກໍສັ້ນເຂົ້າ ປະຢັດເວລາ ແລະ ຄ່າຊິ້ນເປືອງຕ່າງໆກໍຫລຸດລົງເກືອບ 50% ຂອງຄ່າບໍລິການຂົນສົ່ງທັງໝົດ ຖ້າທຽບໃສ່ການຂົນສົ່ງທາງລົດ ແລະ ທາງເຮືອໃນໄລຍະຜ່ານມາ.

ເພາະສະນັ້ນ, ນັບແຕ່ມື້ເປີດບໍລິການຂົນສົ່ງສິນຄ້າເປັນຕົ້ນມາ ບໍ່ພໍຮອດອາທິດກໍມີຂະບວນລົດໄຟຂົນສົ່ງສິນຄ້າຈາກຈີນເຂົ້າມາປະເທດລາວ ແລະ ໄປຍັງບາງປະເທດໃນອາຊຽນມີມູນຄ່າເຖິງ 100 ກວ່າລ້ານຢວນ. ສະເພາະຢູ່ເບື້ອງປະເທດລາວເຮົາກໍມີຂະບວນລົດໄຟແກ່ສິນຄ້າໄປຄຸນໝິງ ປະເທດຈີນ ໃນມູນຄ່າຫລາຍລ້ານໂດລາສະຫະລັດ.

ນີ້ຄືບັນຍາກາດໃໝ່ ແລະ ປັດໄຈໃໝ່ແຫ່ງການຂົນສົ່ງ ພາຍຫລັງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດຮັບໃຊ້ບໍລິການມວນຊົນມາແຕ່ຕົ້ນເດືອນທັນວາ 2021. ນອກຈາກບັນຍາກາດໃໝ່ທີ່ກ່າວມານີ້ແລ້ວ, ໃນຂັ້ນຕໍ່ໄປກໍຍັງຈະມີບັນຍາກາດໃໝ່ດ້ານອື່ນໆຕາມມາ ເປັນຕົ້ນການທ່ອງທ່ຽວ, ການຜະລິດສິນຄ້າກະສິກຳ, ອຸດສາຫະກຳ, ການລົງທຶນໃນຂະແໜງການຕ່າງໆທີ່ຫລາກຫລາຍກໍຈະພຸ້ງຕົວຂຶ້ນແບບກ້າວກະໂດດ. ແນ່ນອນວ່ານັບຈາກນີ້ເປັນຕົ້ນໄປ ບັນຍາກາດແຫ່ງການສ້າງສາພັດທະນາໃນທຸກຂົງເຂດຂອງ ສປປ ລາວເຮົາ ກໍຍິ່ງຈະຄຶກຄັກຫລາຍກວ່າໄລຍະຜ່ານມາ.

ສະຫລຸບແລ້ວ, ມາຮອດຈຸດນີ້ຄວາມຫວັງໃນການສ້າງສາພັດທະນາປະເທດຊາດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍມາເປັນປະເທດເຊື່ອມຈອດໄດ້ສຳເລັດຜົນຢ່າງຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານໃນຍຸກປັດຈຸບັນ.