ປີ 2021 ແຂວງບໍ່ແກ້ວກວດພົບຜູ້ສໍ້ລາດບັງຫລວງ ມີມູນຄ່າເສຍຫາຍຫລາຍກ່ວາ 1.590 ລ້ານກີບ

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ:ປີ 2021, ແຂວງບໍ່ແກ້ວໄດ້ກວດພົບຜູ້ສໍ້ລາດບັງຫລວງມີມູນຄ່າເສຍຫາຍຫລາຍກ່ວາ 1.590 ລ້ານກີບ, ພາຍຫລັງລົງກວດກາ 114 ໂຄງການລົງທຶນຂອງລັດ ແລະ ການນໍາໃຊ້ຊັບພະຍາກອນທຳມະຊາດ, ການປະຕິບັດໜ້າທີ່ຂອງພະນັກງານຊຶ່ງສາມາດກວດເຫັນເປົ້າໝາຍກະທຳຜິດ ທີ່ມີພຶດຕິກໍາສໍ້ລາດບັງຫລວງ ເປັນຈຳນວນຫລາຍຊຶ່ງມີມູຄ່າເສຍຫາຍຫລາຍກ່ວາ 1.590 ລເານກີບ ແລະ ພາຫະນະ 4 ຄັນ ແລະ ໄດ້ດໍາເນີນຄະດີ, ປະຕິບັດວິໄນໂຈະການຮ່ວມຊີວິດພັກ 8 ສະຫາຍ, ເອົາອອກຈາກພັກ 9 ສະຫາຍ, ຍິງ 1 ສະຫາຍ.


