ຖິ້ມຢາບ້າ ຫວັງໜີຄວາມຜິດ ແຕ່ບໍ່ລອດ

ແຫລ່ງຂ່າວຈາກ ຄວາມສະຫງົບ ລາຍງານໃນວັນທີ 20 ທັນວານີ້ວ່າ: ເຈົ້າໜ້າທີ່ ສນ ຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ຈຸດບ້ານໄຮ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ພົບເຫັນຊາຍຄົນໜຶ່ງມີພິລຸດ ຂະນະກວດກາຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງໃນວັນທີ 13 ເດືອນດຽວກັນ ແລະ ໃນຂະນະນັ້ນຜູ້ກ່ຽວໄດ້ຫລົບໜີທັງຖິ້ມຢາບ້າລົງຂ້າງທາງຫວັງໜີຄວາມຜິດ.
ເຈົ້າໜ້າທີ່ ສນ 1191 ລາຍງານວ່າ:ຂະນະພວມປະຕິບັດໜ້າທີ່,ກວດກາລາດຕະເວນຕາມເສັ້ນທາງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຕາມຂອບເຂດຄວາມຮັບຜິດຊອບ, ເວລາ 12:00 ໂມງຂອງມື້ດັ່ງກ່າວ ພົບເຫັນທ້າວ ວົງພະຈັນ ອາຍຸ 25 ປີ ຢູ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຂີ່ລົດຈັກມາແຕ່ຖະໜົນເຂດບ້ານເວີນແຄນ ມີພິລຸດ ຈຶງຂໍກວດຄົ້ນ, ແຕ່ຜູ້ກ່ຽວບໍ່ຮ່ວມມືທັງຂີ່ລົດຫລົບໄປທາງບ້ານສົມສະ ຫວາດ. ຂະນະນັ້ນ, ເຈົ້າໜ້າທີ່ພວກເຮົາໄດ້ຂີ່ລົດນໍາທັນ ແລະ ຈັບຜູ້ກ່ຽວໄດ້ທັງຢຶດຢາບ້າ 62 ເມັດທີ່ຜູ້ ກ່ຽວ ໂຍນຖິ້ມຂ້າງທາງເພື່ອໜີຄວາມຜິດ. ພາຍຫລັງສອບສວນເບື້ອງຕົ້ນ, ຜູ້ກ່ຽວຮັບສາລະພາບວ່າ: ຢາຈຳນວນນີ້ ຊື້ມາຈາກຊາຍຄົນໜຶ່ງເພື່ອນຳມາເສບເອງ.

