ຄາວານີ ໃກ້ບັນລຸຂ້ໍຕົກລົງຍ້າຍໄປ ບາເຊໂລນາ, ແທນທີ່ ອາເກວໂຣ

ສະປອດ ສື່ກິລາຂອງແຄວ້ນກາຕາລຸນຢາ ລະບຸວ່າ : ເອດີສັນ ຄາວານີ ດາວຍິງຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ໃກ້ບັນລຸຂໍ້ຕົກລົງກັບ ບາເຊໂລນາແລ້ວ ໂດຍທີ່ ບາເຊໂລນາ ຈະຫາລືກັບ ແມນຢູ ໃນໄວທີ່ສຸດ.

ເອດີສັນ ຄາວານີ ກອງຫນ້າຂອງ ແມນເຊສເຕີ ຢູໄນເຕັດ ສະໂມສອນດັງຂອງ ການແຂ່ງຂັນ ພຣີເມຍລີກອັງກິດ ໃກ້ທີ່ຈະບັນລຸຂໍ້ຕົກລົງກັບ ບາເຊໂລນາ ເພື່ອທີ່ຈະຍ້າຍທີມ ໃນຕະຫລາດໄລຍະເດືອນມັງກອນນີ້ ຕາມລາຍງານຂອງ ສະປອດ ສື່ກິລາຊື່ດັງໃນແຄວ້ນກາຕາລຸນຢາ.

ບາເຊໂລ ພວມຂາດແຄນຕົວເລືອກໃນແດນຫນ້າ ຫລັງຈາກທີ່ ເຊີຄີໂອ ອາເກວໂຣ ມີບັນຫາດ້ານສຸຂະພາບຈົນຈຳເປັນຕ້ອງຢຸດຕິອາຊີບໄປໃນທີ່ສຸດ ຂະນະທີ່ອະນາຄົດຂອງ ຄາວານີ ໃນຖິ່ນ ໂອນແທຣບຟອດ ກໍເບິ່ງບໍ່ແນ່ນອນ ເພາະວ່າ ແມນຢູໄນ ມີຕົວເລືອໃນກອງຫນ້າໃຫ້ໃຊ້ງານຫລາຍຄົນ ແລະ ໄລຍະຜ່ານມາດາວຍິງອາຍຸ 34 ປີ ກໍມີອາການບາດເຈັບຢູ່ເລື້ອຍໆ.

ທັງນີ້ ສະປອດ ລາຍງານຕື່ມວ່າ : ຄາວານີ ຖືເປັນເປົ້າຫມາຍລຳດັບທຳອິດຂອງບາເຊໂລນາ ສຳລັບການເສີມທີມ ແລະ ຕອນນີ້ ຫລາຍຢ່າງຖໍເປັນໄປໃນທິດທາງທີ່ດີ ໂດຍບາເຊໂລນາກຽມທີ່ຈະເຈລະຈາກັບ ແມນເຊສເຕີ ຢູໄນເຕັດ ເຖິງການທຳຂໍ້ຕົກລົງການຊື້ຂາຍໃນອີກບໍ່ເທົ່າໃດມື້ຈາກນີ້.