7 ອັນດັບປະຍາດປະຈຳໂຕ ສ່ຽງເສຍຊີວິດຈາກໂຄວິດ-19

ກຸ່ມສ່ຽງຕິດເຊື້ອໂຄວິດ – 19 ແລະ ອາດເຮັດໃຫ້ອາການຮຸນແຮງກ່ວາຄົນປົກກະຕິ ແມ່ນກຸ່ມຄົນປ່ວຍທີ່ມີພະຍາດປະຈຳໂຕ 7 ຊະນິດ ເຊິ່ງສ່ຽງຕໍ່ການເສຍຊີວິດຈາກໂຄວິດ – 19 ດັ່ງຕໍ່ໄປນີ້ :
- ພະຍາດຄວາມດັນເລືອດສູງ 73%.
- ພະຍາດເບົາຫວານ 55%.
- ພະຍາດໄຂມັນໃນເລືອດສູງ 30%.
- ພະຍາດໝາກໄຂ່ຫລັງຊຳ້ເຮື້ອ 17%.
- ພະຍາດຫົວໃຈ 13%.
- ພະຍາດຕຸ້ຍ 8%.
- ພະຍາດປອດ 8%.
- ຜູ້ປ່ວຍມີພະຍາດປະຈຳໂຕ ຄວນເບິ່ງແຍງຕົນເອງແນວໃດ ເພື່ອຫລຸດຄວາມສ່ຽງຂອງໂຄວິດ – 19 : ຜູ້ປ່ວຍພະຍາດມະເຮັງທີ່ຢູ່ໃນລະຫ່ວາງການປິ່ນປົວ ຫລື ໃຫ້ເຄມີບຳບັດ ຄວນໄປພົບແພດຕາມນັດຢ່າງຕໍ່ເນື່ອງ ເພື່ອໃຫ້ການປິ່ນປົວເປັນໄປຢ່າງມີປະສິດທິພາບ ລວມເຖິງພະຍາດຊຳ້ເຮື້ອອື່ນໆ ເຊັ່ນ: ເບົາຫວານ, ຕຸ້ຍ, ຫົວໃຈ, ຕັບ, ໝາກໄຂ່ຫລັງຊຳ້ເຮື້ອ, ປອດ ແລະ ລະບົບການຫາຍໃຈ ແລະ ອາການພູມຕ້ານທານບົກພ່ອງ ຄວນໄປພົບແພດຕາມນັດ ເພື່ອຮັບການພິຈາລະນາ ແລະ ໃຫ້ຢາສະເພາະປິ່ນປົວພະຍາດເປັນລາຍບຸກຄົນໄປ.
- ນອກຈາກນີ້, ຄວນເບິ່ງແຍງຕົນເອງດ້ວຍການກິນອາຫານທີ່ມີປະໂຫຍດ, ອອກກຳລັງກາຍຕາມຄວາມເໝາະສົມ, ພັກຜ່ອນໃຫ້ພຽງພໍ, ງົດອອກຈາກເຮືອນຖ້າບໍ່ຈຳເປັນ, ເວັ້ນແຕ່ແພດນັດການຕິດຕາມອາການ, ໃສ່ໜ້າກາກອະນາໄມ, ໝັ່ນຮັກສາຄວາມສະອາດຢູ່ສະເໝີ ແລະ ຜ່ອນຄາຍສະໝອງ ແລະ ຈິດໃຈດ້ວຍການເຮັດກິດຈະກຳທີ່ມັກ, ເບິ່ງຮູບເງົາ, ຟັງເພງ, ຫລິ້ນດົນຕີ, ປຸງແຕ່ງອາຫານ, ເຮັດເຂົ້າໜົມ, ແຕ້ມຮູບ, ຈັດສວນ ແລະ ກິດຈະກຳຍາມວ່າງອື່ນໆ ເປັນຕົ້ນ.

