ເລວານດອບສະກີ ຍິງປະຕູຫລາຍທີ່ສຸດໃນປີ 2021

ເປີດ 10 ນັກເຕະທີ່ຍິງປະຕູໄດ້ຫລາຍທີ່ສຸດຮອບປີປະຕິທິນໃນສະຕະວັດທີ 21, ໂດຍມີພຽງແຕ່ 3 ຄົນເທົ່ານັ້ນ ຫລັງ ໂຣເບີດ ເລວານດອບສະກີ ເຂົ້າມາຕິດໃນຕາຕະລາງທໍາອິດ.

ໂຣເບີດ ເລວານດອຟສະກີ ກອງໜ້າຂອງ ບາເຢິນ ມິວນິກ ສະໂມສອນໃຫຍ່ແຫ່ງ ບຸນເດສລີກາ ເຢຍລະມັນ ສ້າງສະຖິຕິເປັນນັກເຕະທີ່ຍິງໄດ້ຫລາຍທີ່ສຸດໃນປະຕິທິນປີ 2021. ຫຼັງຈາກຍິງປະຕູປິດທ້າຍໃນເກມທິ່ “ເສືອໃຕ້” ເປີດສະຫນາມ ອາລິອັນຊ໌ ອາຣີນາ ຖະຫລົ່ມ ໂວຟບວກ 4-0 ໃນວັນສຸກທີ 17 ທັນວານີ້ທີ່ຜ່ານມາ.

ເລວານດອຟສະກີ ຍິງໄດ້ 69 ປະຕູໃຫ້ກັບ ບາເຢິນ ແລະ ທີມຊາດໂປແລນ ຈາກ 59 ນັດໃນທຸກລາຍການ. ສົ່ງຜົນຄອງອັນດັບ 2 ຮ່ວມ ຄຣິສຕຽນໂນ ໂຣນັລໂດ ກອງໜ້າຊາວໂປຣຕຸເກສ ຂອງ ແມນເຊັສເຕີ ຢູໄນເຕັດ ທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນປີດຽວນັບຕັ້ງແຕ່ປີ 2000 ເປັນຕົ້ນມາ.

ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນປີດຽວໃນປະຕິທິນສະຕະວັດທີ 21 ຄື ລີໂອເນລ ເມສຊີ ກອງໜ້າຊາວອາເຈນຕິນາ ຍິງໄປ 91 ປະຕູໃນປີ 2012 ໃນສະໄຫມທີ່ຫຼິ້ນໃຫ້ກັບ ບາເຊໂລນາ.

10 ອັນດັບນັກເຕະ​ຍິງ​ປະຕູຫລາຍທີ່​ສຸດໃນ​ປີ​ດຽວ​​ໃນ​ສັດ​ຕະ​ວັດ​ທີ 21​ ມີດັ່ງນີ້:

 

  1. ລີໂອເນລ ເມສຊີ, ປີ 2012 (ບາເຊໂລນາ/ອາເຈນຕີນາ) 91 ປະຕູ
  2. ໂຮເບີດ ເລວານດອບສະກີ, ປິ 2021 (ບາເຢິນ/ໂປແລນ), 69 ປະຕູ
  3. ຄຣິສຕຽນໂນ ໂຣນັລໂດ, ປິ 2013 (ເຣອັນ ມາດຣິດ/ໂປຣຕຸເກສ) 69 ປະຕູ
  4. ຄຣິສເຕຍໂນ ໂຣນັລໂດ ປີ 2012 (ເຣອັນ ມາດຣິດ/ໂປຣຕຸເກສ), 63 ປະຕູ
  5. ຄຣິສຕຽນໂນ ໂຣນັລໂດ ປີ 2014 (ເຣອັນ ມາດຣິດ/ໂປຣຕຸເກສ), 61 ປະຕູ
  6. ຄຣິສຕຽນໂນ ໂຣນັລໂດ, ປີ 2011 (ເຣອັນ ມາດຣິດ/ໂປຣຕຸເກສ) 60 ປະຕູ
  7. ລີໂອເນລ ເມສຊີ, 2010 (ບາເຊໂລນາ/ອາເຈນຕີນາ) 60 ປະຕູ
  8. ລີໂອເນລ ເມສຊີ, 2016 (ບາເຊໂລນາ/ອາເຈນຕີນາ) 59 ປະຕູ
  9. ລີໂອເນລ ເມສຊີ, 2011 (ບາເຊໂລນາ/ອາເຈນຕີນາ) 59 ປະຕູ
  10. ລີໂອເນລ ເມສຊີ, 2014 (ບາເຊໂລນາ/ອາເຈນຕີນາ) 58 ປະຕູ.