ແມນຢູ ເຜີຍຕົວເລກຄ່າຕົວ ມາຊີຢາລ-ລິນກາດ

ເດິ ມິຣເຣີ ສື່ຂອງອັງກິດ ລະບຸວ່າ ແມນເຊສເຕີ ຢູໄນເຕັດ ກຳນົດຄ່າໂຕຂອງ ອອງໂຕນີ ມາກຊິຢາລ ກັບ ເຈສຊີ ລິນກາດ ຢູ່ທີ່ 30 ລ້ານປອນ ແລະ 20 ລ້ານປອນ ຕາມລຳດັບ ສ່ວນ ດອນນີ ຟານ ເດິ ເບັກ ຍັງຫນ້າຈະມີອະນາຄົດກັບທີມຢູ່ ຫລັງຈາກ ຣາຟ ຣັງນິກ ຍັງມັກໃນຕົວນັກເຕະເປັນການສ່ວນໂຕ.

ຕອນນີ້ ຂຸມກຳລັງຂອງ ແມນເຊສເຕີ ຢູໄນເຕັດ ມີນັກເຕະຫລາຍຄົນທີ່ບໍ່ຄ່ອຍໄດ້ຮັບໂອກາດລົງສະຫນາມເທົ່າທີ່ຄວນໃນໄລຍະຜ່ານມາ ຈົນເຮັດໃຫ້ພວກເຂົາມີຂ່າວການຍ້າຍທີມຢ່າງຫນັກ ເຊິ່ງ ມາກຊີຢາລ ກັບ ລິນກາດ ກໍຢູ່ໃນກຸ່ມນັ້ນເຊ່ັນດຽວກັນ.

ສື່ດັງກ່າວລາຍງານວ່າ : ແມນເຊສເຕີ ຢູໄນເຕັດ ໄດ້ຕັ້ງຄ່າຕົວຂອງ ມາກຊີຢາລ ເອົາໄວ້ລະດັບນັ້ນ ເຮັດໃຫ້ມັນເປັນເລື່ອງຍາກຫລາຍທີ່ຈະເຮັດໃຫ້ການຍ້າຍທີມມັນເປັນແບບຖາວອນໄດ້ໃນຕະຫລາໄລຍະເດືອນມັງກອນນີ້ ເຮັດໃຫ້ໂອກາດດີທີ່ສຸດ ມາກຊີຢາລ ຈະໄດ້ບອກລາທີມໃນເດືອນທຳອິດຂອງປີ 2022 ຄືເປັນຮູບແບບຢືມຕົວກ່ອນ ແນວໃດກໍຕາມ ຫາກເຮັດໃຫ້ແລ້ວນັ້ນ ແມນເຊສເຕີ ຢູໄນເຕັດ ແລະ ດາວເຕະຊາວຝຣັ່ງ ກໍຢາກຈະໃຫ້ການຍ້າຍທີມໃນໄລຍະເດືອນມັງກອນນີ້ເປັນແບບຖາວອນໄປເລີຍຫລາຍກວ່າ.

ສຳລັບກໍລະນີຂອງ ລິນກາດ ນັ້ນ ມັນກໍຫນ້າຈະມີພຽງບໍ່ເທົ່າໃດທີມທີ່ຈະພ້ອມຈ່າຍເງິນ 20 ລ້ານປອນ ໃນໄລຍະເດືອນມັງກອນນີ້ ເມື່ອພິຈາລະນາເຖິງງເລື່ອງທີ່ວ່າ ລິນກາດ ຈະຫມົດສັນຍາກັບແມນຢູ ໃນໄລຍະລະດູການປີຫນ້າ ຈົນເຮັດໃຫ້ສາມາດຍ້າຍທີມໄດ້ແບບບໍ່ມີຄ່າໂຕເມື່ອເຖິງຕອນນັ້ນ.

ເດິ ມິລເລີ ຍັງບອກອີກວ່າ ຣາຟ ຣັງນິກ ຜູ້ຈັດການທີມຊົ່ວຄາວຂອງ ແມນເຊສເຕີ ຢູໄນເຕັດ ຍັງມັກໃນຕົວ ດອນນີ ຟານ ເດິ ເບັກ ກອງກາງຊາວຮອນແລນ ແລະ ຈະບໍ່ປ່ອຍລາວໃນຕະຫລາດໄລຍະເດືອນມັງກອນນີ້ແນ່ນອນ ບໍ່ວ່າຈະແບບຢືມຕົວ ຫລື ຂາຍຖາວອນກໍຕາມ.