ລາວສະຫລອງວັນສາກົນຕ້ານການຄ້າມະນຸດ

ພິທີສະເຫລີມສະຫລອງວັນສາກົນຕ້ານການຄ້າມະນຸດໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດນີ້ຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີບັນດາທູຕານຸທູດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄໍາເຫັນໃນພິທີວ່າ: ການຈັດງານໂຮມຊຸມນຸມສະເຫລີມສະຫລອງວັນສາກົນຕ້ານການຄ້າມະນຸດຂື້ນ ກໍເພື່ອສະແດງພະລັງອັນແຮງກ້າໃນການຮ່ວມກັບບັນດາປະຊາຊາດໃນໂລກ ເພື່ອຕອບໂຕ້ກັບອາຊະຍາກຳຄ້າມະນຸດ.
ຈາກຂໍ້ມູນຂອງອົງການແຮງງານສາກົນ (IOM) ໃຫ້ຮູ້ວ່າ: ໃນປັດຈຸບັນມີຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານໃນທົ່ວໂລກເກືອບ 21 ລ້ານຄົນ, ໃນ ນັ້ນ 11,4 ລ້ານຄົນແມ່ນແມ່ຍິງ ແລະ ເດັກນ້ອຍ, 9,5 ລ້ານຄົນແມ່ນຜູ້ຊາຍ ແລະ ເດັກຊາຍ ເພີ່ມຂຶ້ນເກືອບ 2 ເທົ່າຂອງປີ 2004, ໃນນັ້ນ 4,5 ລ້ານຄົນແມ່ນຖືກຂູດຮີດທາງເພດດ້ວຍບຸກຄົນ ຫລື ບໍລິສັດ. ເຮັດໃຫ້ບໍລິສັດເອກະຊົນມີຜົນກຳໄລແບບຜິດກົດໝາຍເຖິງ 150 ຕື້ໂດລາສະຫະລັດຕໍ່ປີ. ໃນນັ້ນຍັງເຫັນວ່າຕົວເລກຜູ້ຖືກເຄາະຮ້າຍທີ່ເປັນເພດຊາຍໄດ້ມີຈຳນວນເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ໂດຍສະເພາະແມ່ນຢູ່ພາກພຶ້ນອາຊຽນ. ຜູ້ຄ້າມະນຸດເລັ່ງໃສ່ປະຊາກອນທີ່ເປັນໄວໜຸ່ມເພື່ອຫາຜົນກຳໄລໃຫ້ພວກເຂົາໄດ້ຫລາຍກວ່າ, ຊື່ງການຂູດຮີດເຫລົ່ານັ້ນແມ່ນການຂູດຮີດທາງແຮງງານມີຫລາຍກວ່າໝູ່.
ທ່ານລັດຖະມົນຕີ ໃຫ້ຮູ້ວ່າ: ອົງການສະຫະປະຊາຊາດໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ກັບບັນຫາການຄ້າມະນຸດ ແລະ ໃນວັນທີ 12 ທັນວາ 2000 ຫລາຍປະເທດໄດ້ລົງນາມອານຸສັນຍາສາກົນວ່າດ້ວຍການສະກັດກັ້ນ, ປາບປາມ ແລະ ລົງໂທດຜູ້ຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ແລະ ສຳລັບ ສປປ ລາວ ໄດ້ລົງນາມອານຸສັນຍາດັ່ງກ່າວໃນປີ 2001 ແລະ ໃຫ້ສັດຕະຍາບັນໃນວັນທີ 26 ກັນຍາ 2003 ແລະ ນັບແຕ່ປີ 2000 ເປັນຕົ້ນມາຫລາຍປະເທດຕ່າງກໍໄດ້ຈັດງານສະເຫລີມສະຫລອງວັນສາກົນ ເພື່ອຕ້ານການຄ້າມະນຸດຢ່າງມີຄວາມໝາຍ.
ໃນໂອກາດດຽວກັນທ່ານພັນເອກ ເພັງສະຫວັນ ທິບພະວົງໄຊ ຫົວໜ້າກອງເລຂາຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ງານສະເຫລີມສະຫລອງວັນຕ້ານການຄ້າມະນຸດປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ຮ່ວມໃຈຕ້ານການຄ້າມະນຸດ” ແລະ “ມີສະຕິກ່ອນໝັ້ນໝາຍ ຫລື ແຕ່ງດອງ ເພື່ອປອດໄພຈາກການຄ້າມະນຸດ” ຊຶ່ງໃນປີຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໂດຍສະເພາະແມ່ນເຈົ້າໜ້າທີ່ຕຳຫລວດໄດ້ເອົາໃຈໃສ່ສະກັດກັ້ນການຄ້າມະນຸດຢ່າງຕັ້ງໜ້າຄື: ນັບແຕ່ວັນທີ 1 ເມສາ 2016-31 ມີນາ 2017 ສາມາດດຳເນີນຄະດີຜູ້ກະທຳຜິດໄດ້ 29 ກໍລະນີ, ສາມາດດຳເນີນຄະດີ ແລະ ສົ່ງໃຫ້ອົງການໄອຍະການປະຊາຊົນຈຳນວນ 13 ເລື່ອງ, ສານປະຊາຊົນໄດ້ພິຈາລະນາຕັດສິນແລ້ວ 6 ເລື່ອງ, ໂດຍລົງໂທດຕັດອິດສະຫລະພາບຜູ້ກະທຳຜິດແຕ່ 9 ເດືອນ-20 ປີ, ປັບໃໝແຕ່ 9 ແສນກີບຫາ 100 ລ້ານກີບ ແລະ ໃນປີ 2016 ມີຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ 189 ຄົນ. ນອກນັ້ນຍັງສາມາດຮຽກຮ້ອງເອົາຄ່າແຮງງານໃຫ້ຜູ້ຖືກເຄາະຮ້າຍທີ່ກັບຈາກປະເທດອິນໂດເນເຊຍຈຳນວນ 7 ຄົນ, ໄດ້ຮັບເງີນຄ່າເສຍຫາຍຈຳນວນ 1,4 ລ້ານບາດໄທ.

