ການສໍ້ລາດບັງຫລວງ ເປັນໄພອັນຕະລາຍ ແລະ ຖ່ວງດຶງການພັດທະນາປະເທດຊາດ

ການສໍ້ລາດບັງຫລວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດ ຊຶ່ງເປັນໄພອັນຕະ ລາຍທີ່ສຸດໂດຍມັນໄດ້ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ, ໃຫຍ່, ທຸກຍາກ ຫລື ຮັ່ງມີ ລ້ວນແຕ່ໄດ້ຮັບຜົນກະທົບເຊັ່ນດຽວກັນ. ການສໍ້ລາດບັງຫລວງພວມເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງພາກລັດແລະ ພາກເອກະຊົນ ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັ່ນທອນຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ. ຈາກການທີ່ພັກ-ລັດເຮົາຍາມໃດ ເຫັນໄດ້ໄພອັນຕະລາຍຂອງພະຍາດອາດຍາສິດ ແລະ ການສໍ້ລາດບັງຫລວງ ຈຶ່ງໄດ້ເອົາໃຈໃສ່ນໍາພາສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວຕະຫລອດມາ ເລີ່ມແຕ່ການສຶກສາອົບຮົມການເມືອງແນວຄິດ, ອະທິບາຍຊີ້ແຈງໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍ, ໄພອັນຕະລາຍດ້ານຕ່າງໆ ແລະ ປຸກລະດົມທຸກພາກສ່ວນເຂົ້າຮ່ວມສະກັດກັ້ນ ແລະ ຕ້ານຢ່າງສຸດຂີດໂດຍການປະຕິບັດບັນດາມະຕິ, ຄໍາສັ່ງ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຫລາຍສະບັບ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫານີ້.

คริสเตียนกับเงินใต้โต๊ะ – คริสตจักรใจสมาน – Jaisamarn Full Gospel Church

ຈາກຜົນສະທ້ອນທີ່ໃຫຍ່ຫລວງ ແລະ ໄພອັນຕະລາຍຮ້າຍແຮງດັ່ງກ່າວ, ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຖືເອົາວຽກນີ້ເປັນໜ້າທີ່ຄວາມຮັບຜິດຊອບຂອງພັກ-ລັດ ແລະການຈັດຕັ້ງທຸກຂັ້ນ ໂດຍມອບໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດກາລັດແຕ່ລະຂັ້ນເປັນເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້. ຊຸມປີຜ່ານມາ, ພັກ-ລັດເຮົາໄດ້ສຳເລັດການຊີ້ນຳການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນຕົ້ນ ໄດ້ອອກມະຕິເລກທີ 022/ຄບສພ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ; ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫລວງ; ຍຸດທະສາດຕ້ານການສໍ້ລາດບັງຫລວງ; ດຳລັດວ່າດ້ວຍການແຈ້ງຊັບສິນ; ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ; ດຳລັດວ່າດ້ວຍການຕິດຕາມ-ກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ແລະ ນິຕິກຳອື່ນໆເປັນເຄື່ອງມືຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ອັດຊ່ອງຫວ່າງທີ່ຈະພາໃຫ້ເກີດພຶດຕິກໍາການສໍ້ລາດບັງຫລວງໃຫ້ຫລຸດໜ້ອຍຖອຍລົງ ພ້ອມນັ້ນກໍ່ໄດ້ກໍານົດບັນດາມາດຕະການທາງວິໄນ ແລະ ການລົງໂທດຕາມກົດໝາຍຕໍ່ຜູ້ລະເມີດ ແລະ ມີພຶດຕິກຳສໍ້ລາດບັງຫລວງ, ໄດ້ເອົາໃຈໃສ່ສຶກສາອົບ ຮົມປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນຊັ້ນຄົນຕ່າງໆຫລາຍຮູບການເພື່ອໃຫ້ຮູ້-ເຂົ້າໃຈເລິກເຊິ່ງຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຮ້າຍແຮງຂອງການສໍ້ລາດບັງຫລວງທັງເພື່ອໃຫ້ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການເຂົ້າຮ່ວມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ນອກນີ້ຍັງໄດ້ຕິດຕາມ-ກວດກາ ແລະສືບສວນ-ສອບສວນບັນດາເປົ້າໝາຍທີ່ມີພຶດຕິກຳສໍ້ລາດບັງຫລວງທັງປະຕິບັດມາດຕະການທາງວິໄນ, ປັບໃໝ ແລະ ດໍາເນີນຄະດີຕາມກົດໝາຍ; ຜົນເສຍຫາຍຈາກການສໍ້ລາດບັງຫລວງຖືກເກັບກູ້ຄືນໄດ້ຈຳນວນໜຶ່ງທີ່ເປັນຜົນມາຈາກການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່; ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ-ນຳໃຊ້ເອກະສານປອມ ແລະ ອື່ນໆ. ນອກຈາກເຄື່ອນໄຫວຢູ່ພາຍໃນຍັງໄດ້ພົວພັນຮ່ວມມືກັບພາກພື້ນ ແລະ ສາກົນໂດຍສປປ ລາວ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫລວງຢ່າງຕັ້ງໜ້າ, ພົວພັນ ແລະ ປະສານງານກັບລັດພາຄີຕ້ານການສໍ້ລາດບັງຫລວງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ແພັກ) ແລະ ປະເທດໃກ້ຄຽງເຊັ່ນ ສສ ຫວຽດນາມ, ສປ ຈີນ, ກຳປູເຈຍ, ມຽນມາ ແລະ ໄທ; ພົວພັນປະສານງານກັບອົງການສະ ຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC), ສະຖາບັນຊ່ວຍ ເຫລືອທາງກົດໝາຍ ແລະ ວິຊາການປະເທດລຸກຊຳບວກ (ILSTA), ສະພາທະນາຍຄວາມສະຫະລັດອາເມລິກາ (ABA), ທະນາຄານໂລກ ແລະ ສະຖາບັນອາຊີຕາເວັນອອກໄກເພື່ອປ້ອງກັນອາຊະຍາກຳ, ການປະຕິບັດຕໍ່ຜູ້ກະ ທຳຜິດ ແຫ່ງອົງການສະຫະປະຊາຊາດ (UNAFEI) ແລະ ການຮ່ວມມືດ້ານເສດຖະ ກິດຂົງເຂດອາຊີ-ປາຊີຟິກ (APEC). ເນື່ອງຈາກການສໍ້ລາດບັງຫລວງແມ່ນໄພອັນຕະລາຍອັນໃຫຍ່ຫລວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກ ຈຶ່ງໄດ້ຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືລະຫວ່າງປະເທດນັບທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ເພື່ອຮ່ວມມືກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດທິຜົນຕໍ່ການກະທໍາ ຫລື ພຶດຕິກໍາທີ່ເປັນການສໍ້ລາດບັງຫລວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ອົງການສະຫະປະຊາຊາດໃນປີ 2000 ຈຶ່ງໄດ້ມີມະ ຕິເລກທີ55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນສ້າງກົດບັດສາກົນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ຈາກນັ້ນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫລວງ ໄດ້ຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນິວຢອກ, ສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆລົງນາມເຂົ້າເປັນສະມາຊິກໃນວັນທີ 9-11 ທັນວາ 2003 ທີ່ເມືອງເມລິດາ ປະເທດແມັກຊິກ ຊຶ່ງມາຮອດປະຈຸບັນ ມີ 187 ລັດພາຄີ. ສໍາລັບສປປລາວໄດ້ລົງນາມໃນວັນທີ 10 ທັນ ວາ 2003 ແລະ ໃຫ້ສັດຕະຍາບັນໃນວັນທີ 25ກັນຍາ 2009; ກອງປະຊຸມອົງ ການສະຫະປະຊາຊາດ ປີ 2003 ໄດ້ອອກຍັດຕິ 58/4 ໂດຍກໍານົດເອົາວັນທີ 9 ທັນວາຂອງທຸກໆປີເປັນວັນຕ້ານການສໍ້ລາດບັງຫລວງສາກົນ. ແຕ່ນັ້ນມາ, ວັນທີ 9 ທັນວາ ຈຶ່ງໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກ ຄີຕໍ່ສູ້ຕ້ານການສໍ້ລາດບັງຫລວງຂອງບັນດາປະຊາຊາດໃນໂລກ.

สินบน” ภัยร้ายกระทบธุรกิจไทย - NewsCurveOnline , ข่าวครบ จบทุกความต้องการ ,  นิวส์เคิร์ฟออนไลน์ , NewsCurve , นิวส์เคิร์ฟ

ໃນໂອກາດສະຫລອງວັນຕ້ານການສໍ້ລາດບັງຫລວງສາກົນຄົບຮອບ 18 ປີ(9 ທັນວາ 2003-9 ທັນວາ 2021) ພາຍໃຕ້ຄໍາຂວັນ “ຈົ່ງໃຊ້ສິດ, ບົດບາດຂອງທ່ານ: ປະຕິເສດການສໍ້ລາດບັງຫລວງ”, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ກ່າວສູນທອນພົດວ່າ: ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫລວງໃຫ້ມີປະສິດທິຜົນ, ອົງການກ່ຽວຂ້ອງພວກເຮົາຕ້ອງສືບຕໍ່ເອົາໃຈໃສ່ປະຕິ ບັດບັນດາໜ້າທີ່ຈຸດສຸມດັ່ງນີ້:

  1. ຖືສຳຄັນ ແລະ ເອົາໃຈໃສ່ເພີ່ມທະວີການໂຄສະນາສຶກສາອົບຮົມປູກຈິດສຳນຶກທຸກການຈັດຕັ້ງແລະພົນ ລະເມືອງ ໄດ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫລວງ. ພ້ອມນີ້ຕ້ອງເອົາໃຈ ໃສ່ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, ກົດໝາຍວ່າດ້ວຍການກວດກາລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ;
  2. ສືບຕໍ່ຄົ້ນຄວ້າປັບປຸງ, ສ້າງນິຕິກໍາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ຮັດກຸມຄົບຖ້ວນເປັນ ຕົ້ນການກຳນົດເນື້ອໃນຍຸດທະສາດຕ້ານການສໍ້ລາດບັງຫລວງແຕ່ປີ 2021-2025 ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງພ້ອມທັງຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງ.
  3. ເພີ່ມທະວີຄວາມຮັບຜິດຊອບຂອງອົງການປົກປ້ອງກົດໝາຍແຕ່ລະຂັ້ນປະຕິບັດພາລະບົດບາດ, ໜ້າທີ່, ສິດໃຫ້ໂປ່ງໃສ, ເຂັ້ມງວດ ແລະ ຍຸຕິທຳ.
  4. ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ ແລະ ອົງການກວດກາແຕ່ລະຂັ້ນ ຕິດ ຕາມ-ກວດກາປົກກະຕິເລີ່ມແຕ່ຫົວທີ ແລະ ດໍາເນີນການກວດກາຢ່າງເລິກເຊິ່ງຕໍ່ການລະເມີດກົດໝາຍ, ລະບຽບການ ແລະ ພຶດຕິກໍາທີ່ເປັນການສໍ້ລາດບັງຫລວງ, ເມື່ອກວດພົບເຫັນມີການລະເມີດຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ, ເຂັ້ມງວດຍຸຕິທຳ ແລະ ທັນເວລາ.
  5. ການກວດກາເມື່ອພົບເຫັນແລ້ວຕ້ອງແກ້ໄຂ ແລະ ເຜີຍແຜ່ຜົນການແກ້ໄຂອອກສູ່ມວນຊົນຢ່າງກວ້າງ ຂວາງ.
  6. ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດທີ່ເປັນພາຄີ, ປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນຢ່າງເປັນເຈົ້າການ ເພື່ອຍາດແຍ່ງເອົາທຶນຮອນ ແລະ ບົດຮຽນປະສົບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ.

ປາກົດການອາດຍາສິດໃນແບບແຜນນໍາພາຄຸ້ມຄອງ ແລະ ການສໍ້ລາດບັງຫລວງ ທີ່ນັບມື້ນັບຮຸນແຮງໃນປັດຈຸບັນ ພວມກາຍເປັນສິ່ງທີ່ທົ່ວສັງຄົມສົນໃຈ ທັງກໍາລັງສ້າງຜົນກະທົບຕໍ່ບົດບາດ ແລະ ຄວາມສາ ມາດຕໍ່ການນໍາພາຂອງພັກ ກໍຄື ຄວາມເຊື່ອໜັ້ນຂອງປະຊາຊົນຕໍ່ລະບອບໃໝ່, ເປັນອຸປະສັກກົດໜ່ວງການພັດທະນາ, ເປັນຊ່ອງຫວ່າງທີ່ອິດທິກໍາລັງປໍລະປັກ ແລະ ພວກບໍ່ດີສວຍໃຊ້ເພື່ອທັບຖົມໂຈມຕີການນໍາພາ, ພັກ ແລະ ລະບອບການເມືອງຂອງເຮົາ. ດັ່ງນັ້ນ, ການສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ ແລະ ການສໍ້ລາດບັງຫລວງ ແມ່ນຄວາມຈໍາເປັນພາວະວິໄສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ, ອໍານາດລັດ; ຄະນະພັກ ແລະ ພະນັກງານທຸກຂັ້ນ, ທຸກພາກສ່ວນຕ້ອງເປັນເຈົ້າການ ຈັດຕັ້ງນໍາພາແກ້ໄຂບັນຫາອາດຍາສິດ ແລະ ການສໍ້ລາດບັງຫລວງຢ່າງຕັ້ງໜ້າ.