ສື່ມວນຊົນລາວ-ຈີນ ສຳເລັດຊຸດສຳມະນາການພົວພັນລາວ-ຈີນ ເສັ້ນທາງລົດໄຟ ລາວ-ຈີນ

ໃນລະຫວ່າງວັນທີ 13-14 ທັນວາ 2021 ຜ່ານມາ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວ ແຂວງຢຸນນານ ສປ ຈີນ ໄດ້ຈັດສຳມະນາກ່ຽວກັບການພົວພັນລາວ-ຈີນເສັ້ນ ທາງລົດໄຟ ລາວ-ຈີນ, ການປ້ອງກັນພະຍາດໂຄວິດ-19 ໃນຮູບແບບທາງໄກ ແລະ ເດີນທາງທັດສະນະ ຕາມເສັ້ນທາງລົດໄຟ ລາວ-ຈີນ.

ຄະນະຝ່າຍລາວ ນຳພາໂດຍທ່ານ ຣັດສະໝີ ດວງສັດຈະ ເລຂາທິການສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີຕາງໜ້າຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕາງໜ້າຈາກສຳຂ່າວເຂົ້າຮ່ວມ, ຝ່າຍຈີນ ນຳໂດຍ ທ່ານ ນາງ ເຢ້ ຫລົງ ຮອງເລຂາທິການສະມາຄົມນັກຂ່າວ ແຂວງຢຸນນານ (ຫົວໜ້າຄະນະ) ແລະ ສື່ມວນຊົນຈີນເຂົ້າຮ່ວມ.

ການເປີດການສຳມະນາຄັ້ງນີ້ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນລາວ-ຈີນ, ເປັນການຊຸກຍູ້ສົ່ງເສີມມິດຕະພາບແລະການໄປມາຫາສູ່ລະຫວ່າງຜູ້ເຮັດວຽກສື່ມວນຊົນລະຫວ່າງສອງປະເທດ ເພື່ອປະກອບສ່ວນເຂົ້າໃນການລົງເລິກການຮ່ວມມືລະຫວ່າງສອງປະເທດລາວ-ຈີນ ແລະ ການຮ່ວມມືລະຫວ່າງອາຊຽນ-ຈີນໃນຂົງເຂດຕ່າງໆ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມຮຸ່ງເຮືອງ ຂອງພາກພື້ນອາຊີ-ປາຊີຟິກ ຕາມທິດຂອງ “ໜຶ່ງແລວໜຶ່ງເສັ້ນທາງ”