ພິດໂອໄມຄຣອນ ພາໃຫ້ທີມພຣີເມຍລີກ ສະເຫນີຢຸດລີກຊົ່ວຄາວ

ສື່ອັງກິດລາຍງານຂ່າວ ທີມໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ຫລາຍທີມ ສະເຫນີແນວຄິດ ພັກການແຂ່ງຂັນຊົ່ວຄາວ ເພື່ອຮັບມືການການລະເບີດໄວຣັສໂຄວິດ-19 ສາຍພັນໂອໄມຄຣອນ.

ຄວາມເຄື່ອນໄຫວສະຖານະການການແພ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຂອງການແຂ່ງຂັນພຣີເມຍລີກ ອັງກິດ ຫລັງຈາກມີພົບການແພ່ລະບາດເຊື້ອສາຍພັນໂອໄມຄຣອນ ໃນອັງກິິດ ລວມເຖິງໃນສະໂມສອນຂອງຫລາຍທີມ ບໍ່ວ່າຈະເປັນທີມໃຫຍ່ເຊັ່ນ ແມນເຊສເຕີ ຢູໄນເຕັດ, ລີເວີພູລ, ອາເຊນອລ, ເລສເຕີ ຊິຕີ ແລະ ເຊລຊີ ເປັນຕົ້ນ ຈົນເຮັດໃຫ້ມີການເລື່ອນການແຂ່ງຂັນໄປແລ້ວຫລາຍຄູ່.

ຫລ້າສຸດສຳນັກຂ່າວຊື່ດັງປະເທດອັງກິດລາຍງານວ່າ ເຫລ່ົາທີມໃນການແຂ່ງຂັນພຣີເມລີກອັງກິດ ມີແນວຄິດທີ່ຈະສະເຫນີໃຫ້ພັກການແຂ່ງຂັນຊົ່ວຄາວຈົນເຖິງໄລຍະປີໃຫມ່ນີ້ ຫລື 1 ເດືອນ ແລະ ໃຫ້ກັບມາແຂ່ງຂັນໃຫມ່ອີກຄັ້ງຫນຶ່ງໃນກາງເດືອນມັງກອນ 2022 ເພື່ອທີ່ຈະໄດ້ຈັດການກັບສະຖານະການແພ່ລະບາດຂອງເຊື້ອໄວຣັສໂຄວິດ-19.

ແນວໃດກໍດີຍັງຄົງຕ້ອງຕິດຕາມສະຖານະການຂອງພຣີເມຍລີກ ອັງກິດ ຢ່າງໃກ້ຊິດວ່າຈະມີການປະຊຸມຮັບຂໍ້ສະເຫນີແນວຄິດໃຫ້ມີການຢຸດລີກຊົ່ວຄາວຫລືບໍ່.