Benz ອອກນຳໜ້າ Tesla ໃນການໄດ້ຮັບ ໃບອະນຸຍາດເພື່ອເປີດໃຊ້ລະບົບຂັບເຄື່ອນ ລົດອັດຕະໂນມັດໃນເຢຍລະມັນ

ອາດຈະບໍ່ແມ່ນລະບົບຂັບເຄື່ອນລົດອັດຕະໂນມັດຂອງ Tesla ແລ້ວທີ່ຈະໄດ້ນຳໃຊ້ຕາມທ້ອງຖະໜົນໃນເຢຍລະມັນປີໜ້າ, ເມື່ອລະບົບຂັບເຄື່ອນລົດອັດຕະໂນມັດຂອງ Benz ຜ່ານການອະນຸມັດນຳໃຊ້ໃນລະດັບ 3 ເປັນທີ່ຮຽບຮ້ອຍແລ້ວ.
ອີກໜຶ່ງໃນເທຣນເຕັກໂນໂລຊີທີ່ກຳລັງຖືກຕິດຕາມກັບລະບົບຂັບເຄື່ອນລົດອັດຕະໂນມັດທີ່ຜູ້ຜະລິດລົດຍົນຫລາຍແຫ່ງຕ່າງແຂ່ງຂັນກັນພັດທະນາ ເຊິ່ງໜຶ່ງໃນຜູ້ຫລິ້ນທີ່ໄດ້ຮັບຄວາມສົນໃຈຫລາຍອາດໜີບໍ່ພົ້ນ Tesla ທີ່ມີຂ່າວການທົດສອບລະບົບຂັບເຄື່ອນລົດອັດຕະໂນມັດອອກມາ ທັງດ້ານດີທີ່ຊ່ວຍປ້ອງກັນອຸປະຕິເຫດ ຫລື ດ້ານຮ້າຍທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ, ແຕ່ມາວັນນີ້ Mercedes-Benz ຜູ້ຜະລິດລົດຍົນສັນຊາດເຢຍລະມັນທີ່ບ້ານເຮົາຮູ້ຈັກກັນດີ ໄດ້ກ່ານການທົດສອບ ແລະ ໄດ້ຮັບອະນຸມັດລະບົບຂັບເຄື່ອນລົດອັດຕະໂນມັດໃນລະດັບ 3 (Level 3 systems ເຊິ່ງເປັນລະດັບທີ່ຜູ້ທີ່ນັ່ງຫລັງພວງມະໄລສາມາດລະສາຍຕາຈາກຖະໜົນໄດ້ບາງໄລຍະ ໂດຍໃນລະດັບ 4 ຄືລະບົບອັດຕະໂນມັດສົມບູນແບບທີ່ຄົນໃນລົດບໍ່ຈຳເປັນຕ້ອງສົນໃຈການຈະລາຈອນໃນຖະໜົນໄດ້ເລີຍ).
ທັງນີ້ ໃບອະນຸຍາດສຳລັບລະບົບຂັບເຄື່ອນອັດຕະໂນມັດທີ່ໄດ້ນີ້ຍັງຈຳກັດການນຳໃຊ້ໃນຄວາມໄວບໍ່ເກີນ 60 ກິໂລແມັດຕໍ່ຊົ່ວໂມງ ເພື່ອຄວາມປອດໄພ ແລະ ອະນຸມັດໃຫ້ໃຊ້ສະເພາະໃນປະເທດເຢຍລະມັນເທົ່ານັ້ນ ໂດຍຈະເລີ່ມຈຳໜ່າຍລະບົບຂັບເຄື່ອນອັດຕະໂນມັດນີ້ໃນລົດຍົນລຸ້ນ S-Class ແລະ EQS models ເຊິ່ງຄາດວ່າຈະເລີ່ມຈຳໜ່າຍໃຫ້ລູກຄ້າໂດຍເປັນ Option ໃຫ້ເລືອກ ເຊິ່ງຍັງບໍ່ໄດ້ເປີດເຜີຍລາຍລະອຽດລາຄາຂອງ Option ລະບົບຂັບເຄື່ອນອັດຕະໂນມັດນີ້ ໂດຍລະບົບ Full Self-Driving (FSD) ຂອງ Tesla ເຊິ່ງເປັນແບບ subscriptions ລາຍເດືອນນັ້ນຈະມີຄ່າບໍລິຫານ 199 ຫລື 99 ໂດລາຕໍ່ເດືອນ ເຮັດໃຫ້ຄາດການໄດ້ວ່າລາຄາລະບົບຂັບເຄື່ອນອັດຕະໂນມັດຂອງ Benz ອາດຈະສູງຂຶ້ນໄປອີກ ແຕ່ກໍແລກມາດ້ວຍຄວາມສະດວກສະບາຍທີ່ຍັງບໍ່ເຄີຍມີລົດຄັນໃດໃຫ້ໄດ້ໃນປັດຈຸບັນ ເຊິ່ງຕ້ອງຖ້າຕິດຕາມເບິ່ງບັນຫາເລື່ອງຂໍ້ກົດໝາຍໃນກໍລະນີເກີດອຸປະຕິເຫດ ໂດຍສະເພາະກໍລະນີທີ່ສົ່ງຜົນຕໍ່ຊີວິດຂອງຜູ້ໂດຍສານ ຫລື ຄົນໃນຖະໜົນ.
ສຳລັບລະບົບຂັບເຄື່ອນອັດຕະໂນມັດຂອງ Benz ນັ້ນ ໃຊ້ການກວດສອບສະພາບແວດລ້ອມດ້ວຍເຕັກໂນໂລຊີ Lidar ທີ່ໃຊ້ການກວດສອບສະພາບແວດລ້ອມອ້ອມຕົວລົດດ້ວຍແສງ ເຊິ່ງເປັນເຕັກໂນໂລຊີທີ່ຜູ້ພັດທະນາລະບົບຂັບເຄື່ອນອັດຕະໂນມັດຫລາຍແຫ່ງໃຊ້ກັນຢູ່ ແລະ ໄດ້ພັດທະນາລະບົບນີ້ມາເປັນເວລາຫລາຍປີກ່ອນຈະໄດ້ຮັບອະນຸມັດນຳໃຊ້ໄດ້ເຖິງລະດັບ 3 ເຊິ່ງເອີ້ນໄດ້ວ່າອັດຕະໂນມັດເກືອບສົມບູນແບບແລ້ວ.
ເຊິ່ງຈາກການໄດ້ຮັບອະນຸມັດລະບົບຂັບເຄື່ອນລົດຍົນອັດຕະໂນມັດໃນຄັ້ງນີ້ຂອງ Benz ອາດຈະເຮັດໃຫ້ການແຂ່ງຂັນເພື່ອໄປສູ່ລະບົບຂັບເຄື່ອນອັດຕະໂນມັດໃນລະດັບ 4 ອາດຈະມີຄວາມເຂັ້ມຂຸ້ນຫລາຍຂຶ້ນ ແລະ ອີກບໍ່ດົນອາດຈະມີລົດຍົນທີ່ມາພ້ອມລະບົບຂັບເຄື່ອນອັດຕະໂນມັດຄືໃນຮູບເງົາໄຊໄຟທີ່ເມື່ອຂຶ້ນລົດບອກຈຸດໝາຍແລ້ວກໍສາມາດນັ່ງກິນກາເຟຫລິ້ນໂຊຊຽວພ້ອມຊົມວິວພາຍນອກລົດໄປພາງເປັນການພັກຜ່ອນລະຫວ່າງເດີນທາງຄືມີຄົນຂັບລົດສ່ວນຕົວ ບໍ່ຄືປັດຈຸບັນທີ່ຕ້ອງເມື່ອຍຈາກວຽກແລ້ວຍັງຕ້ອງມາເມື່ອຍຈາກການຂັບລົດຜະຈົນການຈະລາຈອນວຸ້ນວາຍໃນເມືອງອີກ.
ອ້າງອີງ:
https://media.daimler.com/marsMediaSite/en/instance/ko.xhtml?oid=52173961&ls=L2VuL2luc3RhbmNlL2tvLnhodG1sP29pZD00ODM2MjU4
https://interestingengineering.com/mercedes-beat-tesla-to-the-punch-with-approval-in-germany-for-hands-free-driving

