6 ນັກເຕະແມນຢູ ທີ່ ຣັງນິກ ກຽມປ່ອຍອອກໄລຍະປີໃຫມ່ນີ້

ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວ ກຽມປ່ອຍນັກເຕະຈຳນວນ 6 ຄົນ ອອກຈາກສະໂມສອນໃນເດືອນມັງກອນນີ້.
ສຳລັບ ຣັງນິກ ໄດ້ຮັບການແຕ່ງຕັ້ງເປັນຜູ້ຈັດການທີມຊົ່ວຄາວຂອງ ແມນເຊສເຕີ ຢູໄນເຕັດ ດ້ວຍສັນຍາຈົນຈົບລະດູການນີ້ ພ້ອມດຳລົງຕຳແຫນ່ງທີ່ປຶກສາໄປອີກ 2 ປີ ແລະ ຕາມລາຍງານຫລ້າສຸດຈາກສື່ຊື່ດັງຂອງອັງກິດລະບຸວ່າ ຣັງນິກ ມີແຜນທີ່ຈະປັບປຸງທີມໃນເດືອນມັງກອນນີ້ ໂດຍຈະມີທັງການປ່ອຍນັກເຕະອອກໄປທັງແບບຢືມໂຕ ແລະ ຂາຍຂາດ ເພື່ອເປີດທາງໃຫ້ກັບນັກເຕະໃຫມ່ທີ່ຍ້າຍເຂົ້າມາເພື່ອເພີ່ມຄຸນນະພາບໃຫ້ກັບທີມ.
ທັງນີ້ ນັກເຕະ 6 ຄົນ ທີ່ຢູ່ໃນບັນຊີຈະຖືກ ຣັງນິກ ປ່ອຍອອກຈາກທີມ ປະກອບດ້ວຍ : ອອງໂຕນີ ມາຊິຍາລ (ຂາຍຂາດ), ເຈສຊີ ລິນກາດ (ຂາຍຂາດ), ດີນ ເຮນເດີສັນ (ຢືມໂຕ), ຟິລ ໂຈນ (ຂາຍຂາດ), ຄວນ ມາຕາ (ຂາຍຂາດ) ແລະ ອາຫມັດ ດິຢັລໂລ (ຢືມໂຕ).

