ໄດ້ມື້ແຂ່ງແລ້ວ, ອີຕາລີ ແຊ໊ມຢູໂຣ ປະທະ ອາເຈນຕີນາ ແຊ໊ມໂຄປາ ອາເມລິກາ ຖ້າຢືນຢັນສະຫນາມ

ເສິກແຊ໊ມສູ້ແຊ໊ມ 2 ທະວີບ ລະຫວ່າງ ເອີຣົບ ປະທະ ອາເມລິກາໃຕ້ ໄດ້ມື້ແຂ່ງຂັນ ແລະ ເມືອງທີ່ຈະເປັນສັງວຽນແລ້ວ ເຫລືອພຽງສະຫນາມແຂ່ງຂັນທີ່ລໍຖ້າຢືນຢັນ.
ວັນທີ 16 ທັນວາທີ່ຜ່ານມາ ສະຫະພັນບານເຕະເອີຣົບ (ຢູຟາ) ແລະ ສະຫະພັນບານເຕະອາເມລິໃຕ້ (ຄອນເມໂບລ) ເປີດເຜີຍວ່າລາຍການ ‘‘ຟີນາລິສຊິມາ’’ ເສິກແຊ໊ມພົບແຊ໊ມລະຫວ່າງ ທີມຊາດອິຕາລີ ແຊ໊ມຢູໂຣ 2020 ແລະ ທີມຊາດອາເຈນຕານາ ແຊ໊ມໂຄປາ ອາເມລິກາ 2021 ຈະແຂ່ງຂັນໃນວັນທີ 1 ມິຖຸນາ ປີ 2022 ຢູ່ນະຄອນຫລວງລອນດອນ ປະເທດອັງກິດ.
ທັງນີ້ ຢູຟາ ແລະ ຄອນເມໂບລ ພວມພິຈາລະນາເລືອກສະຫນາມແຂ່ງຂັນ ແຕ່ມີທ່າອ່ຽງສູງວ່າອາດຈະໃຊ້ສະຫນາມ ເວມບຣີ ສັງວຽນນັດຊີງຊະນະເລີດ ຢູໂຣ 2020 ເມື່ອເດືອນກໍລະກົດທີ່ຜ່ານມາ ຮອງຮັບການຂັນແຂ່ງຂັນລະຫວ່າງແຊ໊ມ 2 ທະວີບ ເນື່ອງຈາກມີຄວາມພ້ອມ ແນວໃດກໍຕາມຍັງຕ້ອງລໍການຢືນຢັນອີກເທື່ອຫນຶ່ງ.
ສຳລັບ ຢູຟາ ແລະ ຄອນເມລໂບລ ໄດ້ເຮັດຂໍ້ຕົກລົງຮ່ວມກັນເມື່ອເດືອນກັນຍາທີ່ຜ່ານມາວ່າຈະມີການຈັດເສິກແຊ໊ມສູ້ແຊ໊ມລະຫວ່າງທະວີບຈຳນວນ 3 ຄັ້ງຈົນເຖິງປີ 2028 ເຊິ່ງຖືເປັນສ່ວນຫນ່ຶງໃນແຜນ ການຄັດຄ້ານ ສະຫະພັນບານເຕະນາໆຊາດ (ຟີຟາ) ທີ່ອອກແນວຄິດຈັດການແຂ່ງຂັນບານເຕະບານໂລກ ຮອບສຸດທ້າຍທຸກໆ 2 ປີ ແທນການຈັດທຸກໆ 4 ປີຢ່າງທີ່ເປັນຢູ່ໃນປັດຈຸບັນ.
