ຢາກເຫັນວົງການບານເຕະທີມຊາດລາວມີການພັດທະນາຫລາຍຂຶ້ນ

ໂດຍ: ທິດກໍ່າ

ເມື່ອໄດ້ເຫັນຜົນງານຂອງທີມຊາດລາວຊຸດໃຫຍ່ທີ່ໄດ້ໄປຮ່ວມແຂ່ງຂັນໃນລາຍການຊູຊູກີຄັບ- 2021 “SUZUKI CUP-2021” ທີ່ປະເທດສິງກະໂປ ໂດຍເລີ່ມແຂ່ງຂັນມາແຕ່ວັນທີ 6 ທັນວາ 2021 ກໍຮູ້ສຶກເຫັນໃຈ ແລະ ໜ້າເປັນຫ່ວງ ແລະ ເວົ້າໄດ້ວ່າທີມຊາດລາວມີຜົນແຂ່ງຂັນອອກມາຂ້ອນຂ້າງຖອຍຫລັງໄປນັບມື້ ຖ້າທຽບໃສ່ສະໄໝ 5 ປີ ຫລື 10 ປີຄືນຫລັງ, ແຕ່ເມື່ອທຽບໃສ່ບັນດາປະເທດໃນກຸ່ມອາຊຽນ ກໍຍິ່ງຮູ້ວ່າເຮົາຖອຍຫລັງໄປຢ່າງຊັດເຈນ ດ້ວຍສາເຫດທີ່ວ່າ ໃນບາງທີມທີ່ເຮົາເຄີຍຊະນະເຂົາໃນເມື່ອກ່ອນ ມາຮອດດຽວນີ້ແມ່ນສູ້ເຂົາບໍ່ໄດ້ແລ້ວເຊັ່ນ: ທີມຊາດກຳປູເຈຍ, ຕີມໍເລສເຕ ແລະ ບຣູໄນ. ສະເພາະທີມຊາດບຣູໄນຄັ້ງນີ້ຮູ້ວ່າພວກເພິ່ນບໍ່ໄດ້ເຂົ້າຮ່ວມໃນລາຍການນີ້.

ຈາກສະຖິຕິ ແລະ ຜົນງານທີ່ສະແດງໃຫ້ເຫັນແຕ່ລະນັດໃນລາຍການແຂ່ງຂັນແຕ່ລະຄັ້ງ ຄືມື້ວັນທີ 6 ທັນວາ 2021 ເສຍໃຫ້ຫວຽດນາມ 2 ປະຕູຕໍ່ 0, ໃນວັນທີ 9 ທັນວາ 2021 ເສຍໃຫ້ສິງກະໂປ 4 ຕໍ່ 0, ວັນທີ 12 ທັນວາ 2021 ເສຍໃຫ້ອິນໂດເນເຊຍ 5 ຕໍ່ 1 ແລະ ນັດສຸດທ້າຍຄືເສຍໃຫ້ກຳປູເຈຍ 3 ຕໍ່ 0 ນີ້ກໍສະແດງໃຫ້ເຫັນວ່າ ການພັດທະນາຂອງທີມຊາດລາວຊຸດໃຫຍ່ແມ່ນມີລັກສະນະຖອຍຫລັງ ເຊິ່ງໃນເມື່ອກ່ອນທີມຊາດລາວມີການສູສີກັນກັບທີມອື່ນໆໃນກຸ່ມອາຊຽນ ຫລື ເຖິງວ່າເຮົາຈະເສຍກໍເສຍໜ້ອຍ ທັງຍິງໄດ້ປະຕູທີ່ໜ້າພໍໃຈ ແລະ ຍິ່ງໄປກວ່ານັ້ນ ເຮົາຍັງສາມາດເອົາຊະນະກັບທີມໃນບັນດາປະເທດທີ່ໄດ້ກ່າວມາຂ້າງເທິງ.

ຫາກຕັ້ງໂຈດກັນວ່າ ເປັນຫຍັງວົງການບານເຕະທີມຊາດລາວຊຸດໃຫຍ່ ຫລືວ່າ ຮຸ່ນໃດກໍດີຂອງລາວເຮົາ ຈຶ່ງປະສົບບັນຫາຖອຍຫລັງຖ້າທຽບໃສ່ທີມອື່ນໆໃນກຸ່ມອາຊຽນ ?

ຖ້າຈະໃຫ້ ທິດກໍ່າ ຕອບເຖິງສາເຫດ ແລະ ປັດໄຈຫລັກໃຫຍ່ໆກໍແມ່ນທຶນຮອນ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນຍ້ອນງົບຍ້ອນເງິນບໍ່ມີພຽງພໍທີ່ຈະທຸ້ມເທໃສ່ວຽກນີ້ໄດ້ຢ່າງເຫລືອເຟືອ ສ່ວນໃຫຍ່ແມ່ນອີງໃສ່ຈິດໃຈມັກເປັນເດີມພັນ ອັນນີ້ຖືວ່າເປັນປັດໄຈຫລັກໆ.

ປັດໄຈອັນທີສອງຮອງລົງມາກໍແມ່ນຍ້ອນຄົນເປັນຜູ້ເຮັດ, ເປັນຜູ້ທຳ ຫລື ເວົ້າຢ່າງໜຶ່ງແມ່ນບຸກຄະລາກອນເຮົາຍັງບໍ່ທັນເກັ່ງໃນການບໍລິຫານຈັດການຄຸ້ມຄອງນຳພາ ເຊິ່ງປັດໄຈນີ້ຍິ່ງສຳຄັນ ດັ່ງສຸພາສິດເຂົາວ່າ: ມີເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ.

ສ່ວນປັດໄຈອັນສຸດທ້າຍແມ່ນສະພາບແວດລ້ອມອ້ອມຂ້າງທີ່ມາກະທົບຕໍ່ວົງການກິລາລາວບໍ່ໜ້ອຍເຊັ່ນ: ນັບແຕ່ປີ 2019 ມາຮອດປັດຈຸບັນ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ຈົນມີກົດຫ້າມມີການຫລິ້ນກິລາບານເຕະມາດົນເຖິງ 2 ປີກວ່າ.

ສະນັ້ນ ເຮັດໃຫ້ການຝຶກຊ້ອມບໍ່ປົກກະຕິ ທັງມີເວລາໜ້ອຍ ແລະ ມີຫລາຍຄົນກໍຢູ່ຕ່າງປະເທດ. ບິນລີ້ ຢູ່ຝຣັ່ງ, ຈຳນວນໜຶ່ງຢູ່ໄທ ພຽງແຕ່ມີເວລາໄປຝຶກຊ້ອມກັນຢູ່ສິງກະໂປພຽງສາມສີ່ວັນ ແລ້ວກໍລົງແຂ່ງຂັນຈຶ່ງເຮັດໃຫ້ເກມການຫລິ້ນບໍ່ເຂົ້າແກັບເຂົ້າເກຍ ນັບທັງສັກກະຍະພາບພາລະກຳລັງກໍບໍ່ສູ້ເຂົາ ສຸດທ້າຍຜົນອອກມາຈຶ່ງບໍ່ເປັນທີ່ພໍໃຈຂອງຊາວລາວທົ່ວທັງປະເທດ.

ເຖິງຢ່າງໃດກໍດີ, ໃນອະນາຄົດຕໍ່ໄປຫວັງວ່າວົງການກິລາບານເຕະທີມຊາດລາວຈະສະດຸ້ງຕື່ນເໝືອນບ້ານເພິ່ນເມືອງທ່ານ, ກົງກັນຂ້າມຖ້າເມື່ອໃດບໍ່ພາກັນສະດຸ້ງຕື່ນຫັນເປັນທັນສະໄໝເວລາໄປແຂ່ງກໍແລ່ນຕາມກົ້ນເຂົາຕະຫລອດ ເຂົາກໍວ່າເຮົາດ້ອຍຄ່າເປັນໝູສະເຕດຢູ່ກາງສະໜາມຢ່າງແນ່ນອນ.