ແມນຢູ-ແອັດ ມາດຣິດ ກຽມເຈລະຈາແລກຕົວນັກເຕະ

ແມນເຊສເຕີ ຢູໄນເຕັດ ກັບ ແອັດເລຕີໂກ ມາດຣິດ ສອງທີມດັງຂອງພຣີເມຍລີກອັງກິດ ແລະ ລາ ລີກາ ທຳທ່າວ່າຈະເຈລະຈາແລກຕົວນັກເຕະກັນ ກ່ອນຫນ້າທີ່ທັງສອງທີມຈະພົບກັນເອງໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ ຮອບ 16 ທີມໃນປີຫນ້າ.
ແມນຢູ ຈະຕ້ອງປະທະກັບ ແອັດເລຕີໂກ ມາດຣິດ ຫລັງຜົນການຈັບສະຫລາດປະກົບຄູ່ ແຕ່ກ່ອນຈະເຖິງມື້ນັ້ນ ມີທ່າອ່ຽງວ່າທັງສອງທີມອາດເຈລະຈາແລກປ່ຽນຕົວນັກເຕະກັນໃນໄລຍະເປີດຕະຫລອດປີໃຫມ່ນີ້ຕາມທີ່ຢູໂຣສະປອດ ລາຍງານເມື່ອ 15 ທັນວາ.
ຕໍ່ກລະນີດັ່ງກ່າວ ມີການເປີດເຜີຍວ່າທີມຄູ່ແຂງຈາກສະເປນ ເປັນຝ່າຍທັກທາຍແມນເຊສເຕີ ຢູໄນເຕັດ ກ່ອນຫລັງໄດ້ຍິນວ່າ ອ໊ອງໂຕນີ ມາກຊີຢັລ ດາວຍິງທີມຊາດຝຣັ່ງ ຕ້ອງການຍ້ຍາທີມໃນເດືອນຫນ້າເພື່ອໂອກາດລົງແຂ່່ງຫລາຍຂຶ້ນ ຈາກທີ່ ຟີລິບ ລຳໂບລີ ໂຕແທນຂອງລາວຢືນຢັນຜ່ານສື່.
ລາຍງານຂ່າວອ້າງວ່າ : ແອດເລຕີ ມາດຮິດ ເຊິ່ງມັກໃນຕົວ ມາກຊີຢາລ ອາຍຸ 26 ປີ ເຊິ່ງລະດູການນີ້ຍັງຖືກຕົ້ນສັງກັດໃນຖິ່ນລົງສະຫນາມພຽງ 10 ນັດ ແລະ ຍິງໄດ້ 1 ປະຕູມາດົນແລ້ວ ຈຶ່ງພົບຊ່ອງວິທີ່ດຶງລາວມາ ປີສາດແດງ ແລະ ພ້ອມເຈລະຈາໃນຮູບແບບຂອງການແລກປ່ຽນຕົວນັກເຕະກັນ.
ທັງນີ້ ສື່ສຳນັກດັ່ງກ່າວ ບໍໄດ້ລະບຸຊື່ນັກເຕະທີມ ແອັດມາດຣິດ ພ້ອມປ່ອຍໃຫ້ຍ້າຍໄປຮ່ວມທີມດັງແຫ່ງ ໂອນ ແທຣບຟອດ ອອກມາ ແຕ່ເປັນທີ່ເຊື່ອກັນວ່າ ພວກເຂົາຍິນດີແລກຕົວ ມາກຊີຢາລ ກັບ ຄີແຣນ ທຣິບເປຍ ເນື່ອງຈາກ ແມນຢູ ສົນໃສຈກອງຫລັງທີມຊາດອັງກິດຄົນນີ້ ມາດົນແລ້ວ.
ແນວໃດກໍດີ ມາກຊີຢາລ ສ້າງຊື່ອສຽງກັບ ປາຣີສ ແຊງແຊັກແມງ ແລະ ລີຢົງ ຕົ້ນສັງກັດທຳອິດໃນການຫລິ້ນເຕະບານລະດັບອາຊີບຂອງລາວ.

