ຟີລິບປິນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ ‘ໂອມິຄຣອນ’ 2 ຄົນທຳອິດ ເດີນທາງມາຈາກໄນຈີເຣຍ ແລະ ຍີ່ປຸ່ນ

ຟີລິບປິນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອມິຄຣອນ 2 ຄົນທຳອິດໃນປະເທດ ເດີນທາງມາຈາກໄນຈີເຣຍ ແລະ ຍີ່ປຸ່ນ.

ວັນທີ 15 ທັນວາ 2021, ກະຊວງສາທາລະນະສຸກຟີລິບປິນເປີດເຜີຍວ່າ: ພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ສາຍພັນໂອມິຄຣອນ 2 ຄົນທຳອິດຂອງປະເທດ ໂດຍຜູ້ຕິດເຊື້ອເດີນທາງມາຈາກປະເທດໄນຈີເຣຍ ແລະ ຍີ່ປຸ່ນ.

ກະຊວງສາທາລະນະສຸກລະບຸວ່າ: ຜູ້ຕິດເຊື້ອຄົນທຳອິດເປັນຊາວໄນຈີເຣຍທີ່ເດີນທາງເຖິງນະຄອນຫລວງມະນິລາດ້ວຍສາຍການບິນໂອມານ ແອຣ ເມື່ອວັນທີ 30 ພະຈິກ, ຂະນະທີ່ຜູ້ຕິດເຊື້ອອີກຄົນໜຶ່ງເປັນຊາວຟີລິບປິນທີ່ເດີນທາງກັບຈາກຍີ່ປຸ່ນດ້ວຍສາຍການບິນຟີລິບປິນ ແອຣລາຍ ເມື່ອວັນທີ 1 ທັນວາ.

ປັດຈຸບັນຜູ້ຕິດເຊື້ອທັງສອງຢູ່ລະຫວ່າງກັກຕົວໃນສະຖານທີ່ທີ່ທາງການຈັດໄວ້ໃຫ້ ໂດຍຜູ້ຕິດເຊື້ອຊາວຟີລິບປິນມີອາການຫວັດ ແລະ ໄອ.

ມາເຣຍ ໂຣຊາຣິໂອ ເວີເຈ ຮອງລັດຖະມົນຕີກະຊວງສາທາລະນະສຸກຟີລິບປິນ ຖະແຫລງວ່າ: ໜຶ່ງໃນຜູ້ຕິດເຊື້ອທີ່ກວດພົບໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຄົບສອງໂດສແລ້ວ ແລະ ປັດຈຸບັນທາງກະຊວງກຳລັງຕິດຕາມຜູ້ສຳຜັດໃກ້ຊິດ ເຊິ່ງເປັນຜູ້ທີ່ໂດຍສານໃນຖ້ຽວບິນດຽວກັບຜູ້ຕິດເຊື້ອທັງສອງຄົນແລ້ວ.

“ເຮົາກຳລັງກວດສອບຜົນກວດພະຍາດ ແລະ ສະຖານະສຸຂະພາບຂອງຜູ້ໂດຍສານທຸກຄົນໃນຖ້ຽວບິນເຫລົ່ານີ້ ເພື່ອເບິ່ງວ່າມີຜູ້ຕິດເຊື້ອຢືນຢັນຜົນຄົນອື່ນ ຫລື ຜູ້ໂດຍສານທີ່ເລີ່ມມີອາການຫລັງເດີນທາງເຖິງຟີລິບປິນ ຫລື ບໍ່” ກະຊວງສາທາລະນະສຸກ່າວ. ພ້ອມກ່າວອີກວ່າ: ຜູ້ຕິດເຊື້ອໄວຣັສສາຍພັນໂອມິຄຣອນທັງສອງຄົນນີ້ຖືກກວດພົບຈາກການເກັບຕົວຢ່າງເຊື້ອເມື່ອວັນທີ 14 ທັນວາຜ່ານມາ.

ຂະນະດຽວກັນ ກະຊວງສາທາລະນະສຸກຍັງຮຽກຮ້ອງປະຊາຊົນປະຕິບັດຕາມມາດຕະການປ້ອງກັນພະຍາດຂັ້ນພື້ນຖານ ລວມທັງການໃສ່ຜ້າປິດປາກ-ດັງຢ່າງເໝາະສົມ, ລ້າງມືເປັນປະຈຳ, ຮັກສາໄລຍະຫ່າງທາງສັງຄົມ, ລະບາຍອາກາດໃນຫ້ອງຢ່າງເໝາະສົມ ແລະ ຫລີກລ່ຽງພື້ນທີ່ທີ່ມີຄົນແອອັດ.

ສຳນັກຂ່າວຊິນຮົວລາຍງານວ່າ: ປັດຈຸບັນ ຟີລິບປິນມີຜູ້ຕິດເຊື້ອໂຄວິດ-19 ສະສົມໃນປະເທດຫລາຍກວ່າ 2,8 ລ້ານຄົນ ແລະ ຜູ້ເສຍຊີວິດ 50.351 ຄົນ.

ອ້າງອີງ:

https://www.xinhuathai.com/high/249282_20211215