ກະຊວງສຶກສາ ທົບທວນການປະຕິບັດຫລັກສູດ ຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່

ເມື່ອມໍ່ໆມານີ້, ກົມສ້າງຄູ ກະຊວງສຶກສາທິການ , ພະແນກສຶກສາແຂວງ ແລະ ວິທະຍາໄລຄູ ໄດ້ຮ່ວມກັນທົບທວນຄືນໃນການຈັດຕັ້ງປະຕິບັດ ຫລັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃນຮູບແບບທາງໄກເພື່ອແນໃສ່ປັບປຸງທີມຄູຝຶກຂັ້ນແຂວງ ແລະ ການພັດທະນາວິຊາຊີບຄູໃຫ້ຕໍ່ເນື່ອງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ບີຄວາ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການຝຶກອົບຮົມຄູທີ່ມີການກະກຽມວາງແຜນທີ່ດີນັ້ນ ເປັນປັດໄຈສຳຄັນຂອງຜົນສຳເລັດໃນກິດ ຈະກຳບຳລຸງຄູ ແລະ ການພັດທະນາຄູ ເຊິ່ງຄູທຸກຄົນຕ້ອງໄດ້ຄຳນຶງເຖິງຄວາມສະເໝີພາບບົດບາດຍິງ-ຊາຍໃນທີມຄູຝຶກຂອງຕົນ ເຊັ່ນດຽວກັນກັບຄວາມຕ້ອງການທີ່ພວກເຮົາຕ້ອງມີຕົວແທນຄູຝຶກທີ່ເປັນເພດຍິງ ເພື່ອຫລຸດຜ່ອນຊ່ອງຫວ່າງລະຫວ່າງເພດ. ຂະນະທີ່ປີນີ້, ໄດ້ກຳນົດເປົ້າໝາຍຄວາມສະເໝີພາບບົດບາດຍິງ-ຊາຍ ໃຫ້ແຕ່ລະແຂວງເພື່ອເພີ່ມຈຳນວນສະມະຊິກຂຶ້ນເປັນ 50% ຫລື ໃກ້ຄຽງ.

ໃນກອງປະຊຸມດັ່ງກ່າວຍັງໄດ້ຍົກໃຫ້ເຫັນສິ່ງທີ່ທ້າທາຍ ແລະ ຜົນສໍາເລັດໃນການຈັດຕັ້ງຝຶກອົບຮົມຄູປະຈຳການໃນໄລຍະຜ່ານມາໂດຍເນັ້ນໃສ່ການປະເມີນຂອງທີມງານຄູຝຶກຂັ້ນແຂວງເພື່ອຮັບປະກັນໃຫ້ທີມຄູຝຶກຂັ້ນແຂວງ ທີ່ເຂັ້ມແຂງ ແລະ ມີປະສິດທິພາບສາມາດ ຊ່ວຍເຫລືອຄູ ຈັດຕັ້ງປະຕິບັດຫລັກສູດຊັ້ນປະຖົມສຶກສາຂັ້ນ ປ4 ໄດ້.