ຮອງນາຍົກລັດຖະມົນຕີ ຊຸກຍູ້ການບູລະນະ ຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມ ຢູ່ເມືອງທຸລະຄົມ

ແຫລ່ງຂ່າວຈາກເມືອງທຸລະຄົມ ແຂວງວຽງຈັນ ລາຍງານວ່າ: ໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງແຂວງວຽງຈັນຄົບຮອບ 40 ປີ (1981-2021) ແລະ ວັນເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 101 ປີຢູ່ແຂວງວຽງຈັນ ໃນວັນທີ 13 ທັນວາ 2021, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ ໄດ້ຕິດຕາມຊຸກຍູ້ການປັບປຸງ, ບູລະນະຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມ ຢູ່ບ້ານໂພນແຮ່ ເມືອງທຸລະຄົມ ໂດຍທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາເຈົ້າແຂວງ ກໍຄືການນໍາແຂວງວຽງຈັນ ແລະ ການນໍາເມືອງທຸລະຄົມ ຈົ່ງສືບຕໍ່ຊຸກຍູ້ ແລະ ອໍານວຍຄວາມສະດວກເຮັດໃຫ້ການປັບປຸງໃຫ້ສໍາເລັດຕາມເວລາກໍານົດໄວ້ ພ້ອມປະດັບປະດາ, ປະກອບຮູບພາບໃຫ້ໃກ້ຄຽງກັບເຫດການສູ້ຮົບໃນເວລານັ້ນໂດຍຈິນຕະນາ ການປະສົມປະສານກັບການເກັບກໍາຂໍ້ມູນຈາກຜູ້ທີ່ຮູ້ເຫດການເມື່ອກ່ອນທັງໃຫ້ເກັບກໍາປະຫວັດຄືນຢ່າງລະອຽດເທົ່າທີ່ສາມາດເກັບກໍາໄດ້ ແລະ ສືບຕໍ່ປົກປັກຮັກສາໃຫ້ກາຍເປັນສະຖານທີ່ຈາລຶກໄປຍາວນານ ເພື່ອສະແດງເຖິງມູນເຊື້ອຄວາມສາມັກຄີ ແລະ ສາຍສໍາພັນສູ້ຮົບແບບພິເສດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ.
ຫໍສີລາຈາລຶກວິລະບູລຸດນັກຮົບປະສົມ ລາວ-ຫວຽດນາມແຫ່ງນີ້ມີປະຫວັດສາດຕິດພັນກັບຂະບວນການປະຕິວັດປົດປ່ອຍຊາດອີກແຫ່ງໜຶ່ງຂອງແຂວງວຽງຈັນຢ່າງແທ້ຈິງ ຊຶ່ງຄະນະປະຈໍາພັກແຂວງວຽງຈັນ ກໍຄື ຄະນະຮັບຜິດຊອບໄດ້ຕົກລົງປັບປຸງປົວແປງໃຫ້ຄົບຈົບງາມ, ກາຍເປັນຫໍມູນເຊື້ອດ້ານປະຫວັດສາດຂອງຊາດລາວ ໂດຍສະເພາະຂອງແຂວງວຽງຈັນ ກໍຄືເມືອງທຸລະຄົມເພື່ອໃຫ້ປະຊາຊົນ, ລູກຫລານຮຸ່ນສືບທອດໄດ້ສຶກສາຮຽນຮູ້ ແລະ ຈາລຶກບຸນຄຸນຂອງເຫລົ່ານັກຮົບພິລະອາດຫານທີ່ເສຍສະລະເລືອດເນື້ອ ເພື່ອຊາດ-ເພື່ອປະຊາຊົນໃນໄລຍະຜ່ານມາ.

