ເປແອສເຊ ປະທະ ເຣອັນ ມາດຣິດ, ອິນເຕີ ພົບ ລີເວີພູລ ຈັບສະຫລາກຢູຟາ ແຊ໊ມປຽນລີກຮອບ 16 ທີມສຸດທ້າຍ

ເປແອສເຊ ຍັງຫນີງານຫນັກບໍ່ພົ້ນ ເມື່ອງຕ້ອງໂຄຈອນມາພົບ ເຣອັນ ມາດຣິດ, ສ່ວນລີເວີພູລຈະພົບກັບ ອິນເຕີ ມິລານ ໃນຮອບ 16 ທີມສຸດທ້າຍ ບານເຕະ ຢູຟາ ແຊ໊ມປຽນລີກ.

ສະຫະພັນບານເຕະເອີຣົບ ຫລື ຢູຟາ ແຊ໊ມປຽນລີກ ໄດ້ຈັດພິທີຈັບສະຫລາກປະກົບຄູ່ການແຂ່ງຂັນບານເຕະ ຢູຟາ ແຊ໊ມປຽນລີກ ຮອບ 16 ທີມສຸດ້າຍມໃຫມ່ອີກເທື່ອຫນຶ່ງ ຢູ່ສຳນັກງານໃຫຍ່ໃນປະເທດສະວິດເຊີແລນ ທີ່ສຳນັກງານໃນປະເທດສະວິດເຊີແລນ ຫລັງຈາກໃນຮອບທຳອິດເກີດຄວາມຜິດພາດທາງເຕັກນິກ.

ຜົນປາກົດວ່າ : ຄູ່ທີ່ຫນ້າສົນໃຈໃນຮອບ ປາລີສ ແຊກແຊັງແມັງ໋ ຍັງພົບກັບທີມໃຫຍ່ຄືເກ່ົາ ເມື່ອຕ້ອງໂຄຈອນມາພົບກັບ ເຣອັນ ມາດຣິດ, ສ່ວນອີກຄູ່ທີ່ຫນ້າສົນໃຈ  ອິນເຕີ ມິລານ ຈະພົບກັບ ລີເວີພູລ.

ສ່ວນ ຜີສາດແດງ ແມນເຊສເຕີ ຢູໄນເຕັດ ພົບກັບ ແອດເລຕີໂກ ມາດຣິດ ແລະ ເຊລຊີ ແຊ໊ມເກົ່າ ຈະພົບກັບ ລີລສ ຍອດທີມຈາກເຕັກນິກຝຣັ່ງ.

ສຳລັບໂປຮແກຣມ ໃນຮອບນີ້ ຈາກລົງຫລິ້ນໃນວັນທີ 15-16 ແລະ 22-23 ກຸມພາ ສ່ວນຂາກັບເຕະວັນທີ 8-9 ແລະ 15-16 ມີນາປີ 2022.

 

ຜົນການປະກົບຄູ່ ຢູຟາແຊ໊ມປຽນລີ ຮອບ 16 ທີມສຸດ.

1, ເຣສບູລ ຊັລບວກ (ອອສເຕຮຍ) vs ບາເຢິນ ມິວນິກ (ເຢຍລະມັນ).

  1. ສະປອດຕິງ ລິສບອນ (ໂປຣຕຸເກສ) vs ແມນເຊສເຕີ ຊິຕີ້ (ອັງກິດ)
  2. ເບນຟີກາ (ໂປຣຕຸເກສ ) vs ອາແຈັກອຳເຕີດຳ (ເນເທີແລນ).
  3. ເຊລຊີ (ອັງກິດ) vs ລິລ (ຝຣັ່ງ)

ແອດເລຕີໂກ ມາດຣິດ  (ສະເປນ) vs ແມນເຊສເຕີ ຢູໄນເຕັດ (ອັງກິດ)