ຮ້ານອາຫານຣີສອດ 69 ລະເມີດເປັນເທື່ອທີ 2 ແລະ ພົບຜູ້ມາໃຊ້ບໍລິການມົ້ວສຸມສິ່ງມຶນເມົາ-ເສບຕິດ 28 ຄົນ

ວັນທີ 13 ທັນວາ 2021, ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາກນ ປກສ ເມືອງນາຊາຍທອງ ນະຄອນຫວງວຽງຈັນ ເປີດເຜີຍວ່າ: ວັນທີ 11 ທັນວາ 2021 ພວກເຮົາໄດ້ຮັບແຈ້ງຈາກພົນລະ ເມືອງດີວ່າ: ຮ້ານອາຫານຣີສອດ 69 ທີ່ຢູ່ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ລະເມີດຂໍ້ຫ້າມ ແລະ ແຈ້ງການເລກທີ 41/ ສພກ.ນວ, ລົງວັນທີ 15 ພະຈິກ 2021 ວ່າດ້ວຍການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ສົມທົບກັບກອງບັນຊາການທະຫານເມືອງນາຊາຍທອງ ພ້ອມກັນລົງກວດກາຮ້ານຣີສອດ 69 ແລະ ພົບເຫັນຜູ້ມາໃຊ້ບໍລິການ ມົ້ວສຸມສິ່ງມຶນເມົາ 28 ຄົນ, ຍິງ10 ຄົນ; ຂະນະທີ່ຈຳນວນໜຶ່ງພາຍຫລັງກວດປັດສະວະ ພົບສານເສບຕິດໃນຮ່າງກາຍ ລວມທັງກວດພົບເຫັນບັ້ງແກັສປຸມເປົ້າ 2 ບັ້ງທີ່ເປັນຂອງ ທ້າວ ໄພວິສິດ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ໃນເບື້ອງຕົ້ນ, ເຈົ້າຂອງຮ້ານຮັບສາລະພາບວ່າ: ນີ້ເປັນເທື່ອທີ 2 ແລ້ວທີ່ຕົນລະເມີດແຈ້ງການຂອງຂັ້ນເທິງ, ຈາກນັ້ນເຈົ້າໜ້າທີ່ໄດ້ນຳພວກກ່ຽວຂຶ້ນມາຫ້ອງການ ປກສ ເມືອງນາຊາຍທອງ ເພື່ອສຶກສາອົບຮົມ ແລະ ໃຊ້ມາດຕະການປັບໃໝ.

