ສຽງດັງກ້ອງສະຫນາມ ເມື່ອ ເຈີຣາດ ຄືນຖິ່ນເກົ່າ ໃນບົດບາດຜູ້ຈັດການທີມຄູ່ແຂ່ງ

ກາຍເປັນອີກຊ່ວງເວລາທີ່ແຟນບານໃຫ້ການຈັບຕາເບິ່ງ ສຳລັບການຫວນຄືນຖິ່ນເກ່ົາຂອງ ສະຕີເວັນ ເຈີຣາດ ອະດີດຫົວຫນ້າທີມລີເວີພູລ ທີ່ກັບມາຢາມຖິ່ນ ແອນຟິລ ສັງວຽນແຂ່ງຂອງ ລີເວີພູລ ອະດີດຕົ້ນສັງກັດອີກຄັ້ງຫນຶ່ງໃນຮອບ 7 ປີ.

ໂດຍປັດຈຸບັນ ຕຳນານນັກເຕະລີເວີພູລ ຜັນຕົວມາເປັນຜູ້ຈັດການທີມ ພ້ອມທັງຮັບງານຄຸມທີມ ແອສຕັນ ວິລລາ ຄູ່ແຂ່ງຮ່ວມລີກ ເຊິ່ງເກມນັດຫລ້າສຸດ ມີໂປຣແກຣມຕ້ອງບຸກໄປຢາມອະດີດຕົ້ນສັງກັດ ທີ່ລາວທຸ່ມເທຢາດເຫື່ອແຮງກາຍ ມຸ່ງຫມັ້ນຊ່ວຍທີມມາດຕະຫລອດກວ່າ 26 ປີ ຕັ້ງແຕ່ໃນລະດັບເຍົາວະຊົນ.

ເຊິ່ງກໍເປັນໄປຕາມຄາດ ເມື່ອທັນທີ ທີ່ ເຈີຣາດ ຍ່າງເຂົ້າມາພາຍໃນສະໂມສອນ ກໍໄດ້ຮັບການຕ້ອນຮັບຈາກບັນດາແຟນບານຂອງເຈົ້າຖິ່ນເປັນຢ່າງຫລາຍ ໂດຍພວກເຂົາພ້ອມກັນລຸກຂຶ້ນຢືນຕົບມືສຽງດັງກ້ອງ ພ້ອມທັງຮ້ອງຊື່ຂອງລາວ.

ເປັນການຕອກຍຳ້ວ່າ ແຟນບານຍັງຮັກ ອະດີດຫົວຫນ້າທີມອາຍຸ 41 ປີ ຄືເກ່ົາບໍ່ເສືອມຄາຍ ຖືເປັນພາບທີ່ອົບອຸ່ນ ສະແດງເຖິງການໃຫ້ກຽດກັບນັກເຕະທີ່ເຕີບໃຫຍ່ຂຶ້ນມາຈາກສະໂມສອນ ແລະ ໄດ້ເຫັນການເຕີບໂຕຂອງລາວຈາກເດັກນ້ອຍໃນມື້ນັ້ນ ສູ່ຕຳແຫນ່ງຜູ້ຈັດການທີມຝີມືດີຄົນຫນຶ່ງໃນໂລກບານເຕະ.

ສຳລັບ ເຈີຣາດ ມີສະຖິຕິລົງຫລິ້ນໃຫ້ ລີເວີພູລ ໃນເກມລີກໄປທັງຫມົດ 504 ນັດ ໃນລະຫວ່າງປີ 1998-2015 ຍິງໄດ້ 120 ປະຕູ ກັບຈ່າຍບານໃຫ້ມຫູ່ຍິງອີກ 92 ປະຕູ, ພາທີມຄວ້າແຊ໊ມ ຢູຟາແຊ໊ມປຽນລີກ 1 ສະໄຫມ (2004-2005), ແຊ໊ມຢູຟາ ຄັບ 1 ສະໄຫມ (200-2001), ແຊ໊ມ ເອັຟເອ ຄັບ 2 ສະໄຫມ (2001 ແລະ 2006) ແລະ ແຊ໊ມລີກຄັພ 3 ສະໄຫມ (2001- 2003 ແລະ 2012).