ຣັງນິກ ບໍ່ກ່ອມ ປັອກບາ ໃຫ້ຕໍ່ສັນຍາໃໝ່ກັບ ແມນຢູ

ວັນເສົາທີ 11 ທັນວາຜ່ານມາ ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ໄດ້ອອກມາເປີດໃຈເຖິ່ງສະຖານະການລະຫວ່າງ ພອລ ປັອກບາ ແລະ ສະໂມສອນ ທີ່ສັນຍາໃຫມ່ຍັງຄົງຄຸມເຄືອວ່າຈະເປັນແນວໃດຕໍ່ໄປ.

ໂດຍ ຣັງນິກ ອອກມາເປີດເຜີຍວ່າ : “ເຖິງວ່າ ປັອກບາ ຈະເປັນຫນຶ່ງໃນຜູ້ຫລິ້ນທີ່ສຳຄັນໃນທີມ ແຕ່ກໍເປັນນັກເຕະບານຄືຄົນອື່ນໆ ເຊິ່ງຖ້າຫາກບໍ່ຢາກຢູ່ຕໍ່ ກໍບໍ່ຕ້ອງຕໍ່ສັນຍາໃນທັນທີ ສະໂມສອນ ແມນເຊສເຕີ ຢູໄນເຕັດ ບໍ່ເຄີຍງໍ້ໃຜໃຫ້ຢູ່ຕໍ່ ຫາກເຂົາຄົນນັ້ນບໍ່ຕ້ອງການຈະຢູ່’’.

“ຂ້ອຍຈະບໍ່ເວົ້າວ່າ ປັອກບາ ບໍ່ມີຄ່າຫລາຍພໍທີ່ຈະດຶງຕົວເອົາໄວ້ ແຕ່ແນ່ນອນວ່າ ຜູ້ຫລິ້ນຢາກຫລິ້ນ ແລະ ຢູ່ເພື່ອສະໂມສອນແທ້. ໂດຍສະເພາະສະໂມສອນຢ່າງ ແມນເຊສເຕີ ຢູໄນເຕັດ’’.

“ສຳລັບສະໂມສອນຢ່າງ ແມນເຊສເຕີ ຢູໄນເຕັດ ຫາກນັກເຕະຄົນໃດບໍ່ຕ້ອງການຫລິ້ນໃຫ້ກັບທີມ ແມ່ນແຕ່ໃນໄລຍະຍາວ ຂ້ອຍຄິດວ່າມັນບໍ່ສົມເຫດສົມຜົນເລີຍທີ່ຈະຖ່ວງດຶງໃຫ້ລາວປ່ຽນໃຈ ນີ້ແມ່ນສະໂມສອນທີ່ຍິ່ງໃຫຍ່ ດ້ວຍການສະຫນັບສະຫນູນອັນດີເລີດແບບນີ້ ຂ້ອຍບໍ່ຄິດວ່າຈະມີໃຜໃນສະໂມສອນຕ້ອງເມື່ອຍກັບການຖ່ວງດຶງຜູ້ຫລິ້ນໃຫ້ຢູ່ຕໍ່’’.

“ຂ້ອຍໄດ້ລົມໂທລະສັບ 15 ນາທີ ບໍ່ເທົ່າໃດມື້ຜ່ານມາ ຖ້າໃຫ້ລາວກັບມາສົມບູນເຕັມທີ່ ຊ້ອມກັບທີມ ແລ້ວມາເບິ່ງກັນເຮົາຈະເປັນແນວໃດຕໍ່ໄປ ລາວສາມາດເປັນຜູ້ຫລິ້ນຄົນສຳຄັນຂອງທີມໄດ້ຂ້ອຍຮູ້ດີ ແຕ່ນີ້ກໍເປັນຄວາມຈິງສຳລັບຜູ້ຫລິ້ນຄົນອື່ນໆ ທັງຫມົດທີ່ເຮົາມີຄືກັນ’’.

“ຂ້ອຍບໍ່ແມ່ນຄູຝຶກ ພອລ ປັອກບາ ແຕ່ຄົນດຽວ ເມື່ອລາວສົມບູນແລ້ວ ຂ້ອຍຍັງເປັນຄູຝຶກຂອງຜູ້ຫລິ້ນຄົນອື່ນໆນຳອີກ ແລະ ຄວາມທະເຍີທະຍານຂອງຂ້ອຍຄືກັນການເຮັດໃຫ້ພວກເຂົາເກ່ັງຂຶ້ນ ພັດທະນາຜູ້ຫລິ້ນແຕ່ລະຄົນ ແລະ ສິ່ງນີ້ເປັນໄປໄດ້ໂດຍການປັບປຸງຜົນງານຂອງທີມ’’.