ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານຮ່ວມພັດທະນາ (JDB) ເຊັນສັນຍາວ່າດ້ວຍການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ

ເພື່ອເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດ ທະນາຂະແໜງການເງິນເປັນດິຈິຕອນກໍຄືແຜນພັດທະນາຫັນວຽກງານຄັງເງິນເປັນທັນສະໄໝແຕ່ປີ 2021-2025, ໃນວັນທີ 09 ທັນວາ 2021 ໄດ້ມີພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານຮ່ວມພັດທະນາ (JDB) ວ່າດ້ວຍການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ.

ໂດຍການເຊັນຕາງໜ້າຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB), ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ(JDB), ມີທ່ານ ຮອງລັດຖະມົນຕີກະຊວງການເງິນ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການເງິນ, ສະມາຊິກສະພາບໍລິຫານ, ຄະນະອໍານວຍການທະນາຄານຮ່ວມພັດທະນາເຂົ້າຮ່ວມ.

ການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ JDB, ເປັນການພັດ ທະນາການເຊື່ອມຕໍ່ໂດຍກົງລະຫວ່າງລະບົບການຮັບຊໍາລະພັນທະຂອງທະນາຄານ ກັບ ລະບົບຄຸ້ມຄອງຂໍ້ມູນຂ່າວ ສານ ຄັງເງິນ (ລະບົບ RTIS) ແລະ ລະບົບ Tax Ris ຂອງກົມສ່ວຍສາອາກອນ, ຊຶ່ງໃນການພັດທະນາດັ່ງກ່າວ ແມ່ນໃຊ້ໄລຍະເວລາສັ້ນເທົ່ານັ້ນ.

ສໍາລັບການເປີດໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ ເບື້ອງຕົ້ນຈະເປີດໃຫ້ບໍລິການຮັບຊໍາລະຜ່ານຊ່ອງທາງປ່ອງບໍລິການຂອງ JDB ຈໍານວນ 62 ໜ່ວຍບໍລິການໃນຂອບເຂດທົ່ວປະເທດ,ຊຶ່ງຈະເລີ່ມຈັດຕັ້ງປະຕິບັດເລີ່ມຕັ້ງແຕ່ວັນທີ 15 ທັນວາ 2021 ເປັນຕົ້ນໄປ. ນອກຈາກການໃຫ້ບໍລິການຮັບຊໍາລະຜ່ານຊ່ອງທາງປ່ອງບໍລິການຂອງ JDB ແລ້ວ; JDB ຍັງຈະໄດ້ສືບຕໍ່ພັດທະນາການຊໍາລະພັນທະອາກອນຜ່ານຊ່ອງທາງ JDB Yes Mobile Banking ແລະ ຈະສືບຕໍ່ພັດທະນາປັບປຸງລະບົບການຊໍາລະຮ່ວມກັບຄັ້ງເງິນແຫ່ງຊາດ ໂດຍສະເພາະແມ່ນການຊໍາລະບັນດາລາຍຈ່າຍງົບປະມານແຫ່ງລັດຄາດຈະໃຫ້ສໍາເລັດໃນຕົ້ນປີ 2022.

JDB ເປັນອີກຊ່ອງທາງໜຶ່ງໃນການປະກອບສ່ວນເຂົ້າໃນການຮັບຊໍາລະການມອບພັນທະຕ່າງໆເຂົ້າງົບປະ ມານແຫ່ງລັດ., ຊຶ່ງໄລຍະຜ່ານຜູ້ປະກອບການ ຫຼື ຜູ້ມີໜ້າທີ່ມອບພັນທະເຂົ້າງົບປະມານແຫ່ງລັດ, ສາມາດດຳເນີນຜ່ານຊ່ອງທາງຂອງ 5 ທະນາຄານທຸລະກິດເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະ ນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຫວຽດຕິນ, ເພື່ອສ້າງຄວາມສະດວກສະບາຍໃຫ້ຜູ້ປະກອບການ ຫຼື ຜູ້ມອບພັນທະເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກໍານົດເວລາ.

ໃນໂອກາດດັ່ງກ່າວ, ທະນາຄານຮ່ວມພັດທະນາ ຍັງໄດ້ປະຕິບັດການມອບພັນທະອາກອນປະຈໍາປີ 2021 ລວມມູນຄ່າ 40,38 ຕື້ກວ່າກີບ. ໃນນັ້ນ, ມອບອາກອນກໍາໄລລວງໜ້າຈໍານວນ 19 ຕື້ກີບ, ໂດຍການມອບຂອງ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ກ່າວຮັບຂອງທ່ານ ທໍາມະລົດ ຣາຊະພົນ ຮັກສາການຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.