ລະວັງ! ກຸ່ມຄົນບໍ່ຫວັງດີ ຊວນ ຮ່ວມເຮັດທຸລະກິດ ຫລື ລົງທຶນໃນຮູບແບບປະຊຸມອອນລາຍ

ນີ້ຄືການຊັກຊວນທີ່ແຕກຕ່າງ ຊຶ່ງແຕ່ກ່ອນມັກໃຊ້ໂຮງແຮມ ເປັນບ່ອນໂຄສະນາ, ແຕ່ປັດຈຸບັນເຮັດທຸກຢ່າງທາງອອນລາຍ ແລະ ຖ້າເກີດການສໍ້ໂກງ ຫລື ຮ້ອງຟ້ອງແລ້ວ ຈະເຮັດໃຫ້ເຈົ້າໜ້າທີ່ນຳຫາໂຕຍາກ ເນື່ອງຈາກ ຫົວໂປ່ໃຫຍ່ບໍ່ໄດ້ຢູ່ພາຍໃນປະເທດ ແລະ ບໍ່ໄດ້ຈົດທະບຽນດຳເນີນທຸລະກິດໃນ ລາວ ທັງບໍ່ມີໂຕຕົນທາງກົດຫມາຍ.
ໃນທ່າມກາງການແພ່ລະບາດພະຍາດໂຄວິດ-19 ຢູ່ທົ່ວໂລກ ເຮັດໃຫ້ສະພາບເສດຖະກິດຫລາຍປະ ເທດປະສົບບັນຫາ, ຍ້ອນບາງໂຮງຈັກໂຮງງານຢູ່ແຕ່ລະປະເທດຢຸດການຜະລິດລວມທັງປະເທດລາວເຮົາກໍໄດ້ຮັບຜົນກະທົບເຊັ່ນດຽວກັນກັບປະເທດຕ່າງໆ ເຮັດໃຫ້ຄົນຫລາຍສິບພັນຄົນບໍ່ມີວຽກເຮັດງານທຳຂາດລາຍ ໄດ້ທີ່ຈະມາໃຊ້ຈ່າຍໃນຊີວິດປະຈຳວັນ ຈຶ່ງເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີເລັງເຫັນໂອກາດທີ່ຈະເຂົ້າມາສວຍໃຊ້ໂອກາດທີ່ທຸກຄົນກຳລັງດີ້ນລົນຫາຊ່ອງທາງພໍທີ່ຈະຫາລາຍໄດ້ເພື່ອບັນເທົາ ແລະ ໃຫ້ມີຊີວິດຢູ່ລອດຕໍ່ໄປໄດ້ໃນໄລຍະກຳລັງລຳບາກຈາກພິດໂຄວິດລະບາດ ໂດຍການໃຊ້ໂຄສະນາຊວນເຊື່ອທີ່ສາມາດຫາລາຍໄດ້ແບບງ່າຍໆ ສະບາຍໆ ຜ່ານສື່ອອນລາຍ ແລະ ມີການຈັດຕັ້ງເປັນທີມ ເປັນກຸ່ມແບ່ງວຽກກັນເຮັດເປັນຂະບວນການ ຄ້າຍໆຮູບແບບຕ່ອງໂສ້ ເຊັ່ນ: ການສ້າງກຸ່ມໃດໜຶ່ງຂຶ້ນມາແລ້ວຈະແນະນໍາການລົງທຶນເປັນຈຳນວນໜ້ອຍ ເຊັ່ນເລີ່ມຕົ້ນລົງທຶນ 1ລ້ານກີບ ຫາ 10ລ້ານກີບ, ແຕ່ຜົນໄດ້ຮັບຕອບແທນຫລາຍລ້ານກີບຕໍ່ມື້ ແລະ ສາມາດສ້າງລາຍໄດ້ຕໍ່ເດືອນເປັນເງິນຈຳນວນຫລາຍສິບລ້ານ ແບບວ່າຫາກິນໄດ້ຕະຫລອດຊີວິດວ່າຊັ້ນໄປ ເວົ້າລວມແລ້ວຄືເຮັດທຸກວິທີທາງໃຫ້ຄົນຫລົງເຊື່ອຕົກໄປໃນວັງວົນຂອງກຸ່ມຄົນບໍ່ດີຈຳນວນນີ້.
ສຳລັບຮູບແບບຂອງທຸລະກິດ ມັກເປັນປະເພດເຂົ້າມາລົງທຶນຂາຍສິນຄ້າ ຫລາຍປະເພດຫລາຍລາຍການທີ່ສາມາດສ້າງລາຍໄດ້ໃຫ້ໂຕເອງແຕ່ລະວັນ, ແຕ່ການຂາຍສິນເປັນພຽງລາຍໄດ້ສຳຮອງເທົ່ານັ້ນສຳລັບຄົນທີ່ເຂົ້າມາເປັນສະມາຊິກແລ້ວ ລາຍໄດ້ຫລັກໆເນັ້ນໃຫ້ສະມາຊິກໄປລະ ດົມຄົນມາເປັນລູກທີມ ຫລື ເປັນສະມາຊິກຕໍ່ໆໄປ ຈະມີສາຍຊ້າຍ ແລະ ສາຍຂວາ. ເມື່ອສາມາດຊອກສະມາຊິກເພີ່ມໄດ້ກໍຈະໄດ້ເງິນເປີເຊັນຈາກເງິນລົງທຶນຂອງສະມາຊິກໃໝ່ທີ່ເຂົ້າມາຕໍ່ໄປເລື້ອຍໆ ຈົນກວ່າເຮົາຈະຫາສະມາຊິກບໍ່ໄດ້ ລາຍໄດ້ກໍຈະຢຸດໃນມື້ນັ້ນທັນທີ. ເມື່ອຮອດຈຸດອີ່ມໂຕ, ເຮົາເອງ ແລະ ລູກທີມ ອື່ນໆ ບໍ່ສາມາດຊອກລູກທີມຕໍ່ໄປໄດ້ ແມ່ທີມຕົ້ນໆ ຫລື ຜູ້ທີ່ຕັ້ງໂຕເອງວ່າເປັນໂຕແທນຂອງບໍລິສັດ, ເປັນສາຂາຂອງບໍລິສັດ ແລະ ອື່ນໆກໍຈະຄ່ອຍໆມິດໄປ ຈົນເຖິງຂັ້ນປິດໄປແບບງຽບໆໂດຍບໍ່ມີເຫດຜົນ.
ຄົນສ່ວນຫລາຍທີ່ຕົກເປັນເຫຍື່ອ ຄິດວ່າເງິນໜ້ອຍດຽວ ເປັນການສ່ຽງໄປຊື່ໆ ບາງທີມີໂອກາດໄດ້ແທ້ ຖ້າບໍ່ໄດ້ກະຄິດວ່າເປັນການລົງທຶນທີ່ເປັນຄວາມສ່ຽງໄປບໍ່ສົນໃຈ, ແຕ່ເມື່ອຄິດກັບກັນ, ການທີ່ເຮົາຄິດວ່າເປັນການລົງທຶນໜ້ອຍໆນັ້ນມັນສ້າງລາຍໄດ້ໃຫ້ເຂົາຫລາຍຊໍ່າໃດກັບລາຍການໜຶ່ງທີ່ເອົາຈຳນວນເງິນໜ້ອຍໆຂອງແຕ່ລະຄົນມາລວມກັນຈະເປັນລາຍໄດ້ມະຫາສານໃຫ້ຜູ້ລິເລີ່ມຕັ້ງກຸ່ມຂຶ້ນມາເພື່ອຫລອກລວງຫລົງເຊື່ອເຂົ້າໄປເປັນສ່ວນໜຶ່ງທີ່ສ້າງຮັ່ງຄູນມີໃຫ້ກຸ່ມຄົນຈຳນວນນີ້.
ມື້ນີ້ຜູ້ຂຽນຈະລອງຄິດໄລ່ຫລິ້ນໆເປັນໂຕເລກອອກໃຫ້ເບິ່ງພໍຄ້າວໆ ຕົວຢ່າງ: ເງິນລົງທຶນເລີ່ມຕົ້ນເຂົ້າໄປເປັນສະມາຊິກ 1 ລ້ານກີບຕໍ່ຄົນ ເບິ່ງແລ້ວຫລາຍຄົນກະພໍມີເງິນລົງທຶນໄດ້ ຖືວ່າຈຳນວນເງິນບໍ່ຫລາຍ ແຕ່ເບິ່ງກັບກັນກັບຜູ້ຮັບ ສົມມຸດມີຄົນຫລົງເຊື່ອເຂົ້າໄປລົງທຶນແຕ່ມື້ເລີ່ມຕົ້ນຈົນຮອດມື້ປິດ ຈັກ 20.000 ຄົນ X 1.000.000 ກີບ/ຄົນ = 20 ຕື້ກີບ ພຸ້ນເດີ! ເມື່ອເອົາມາລວມກັນ ເງິນທີ່ຄິດວ່າເງິນຈໍານວນໜ້ອຍດຽວຂອງທຸກຄົນທີ່ສູນເສຍໄປໃຫ້ກຸ່ມຄົນບໍ່ດີຈຳນວນດັ່ງກ່າວນັ້ນ ສຳລັບຜູ້ໄດ້ຮັບເປັນຈຳນວນເງິນມະຫາ ສານວ່າບໍ່? ເຊິ່ງກໍລະນີການສ້າງກຸ່ມຂຶ້ນມາເພື່ອຕົວະຍົົວະຫລອກລວງໃຫ້ຫລົງເຊື່ອແບບນີ້ເກີດຂື້ນມາແລ້ວ ຫລາຍກໍລະນີ ມີທັງຈົນທະບຽນຖືກຕ້ອງ ແລະ ບໍ່ຖືກຕ້ອງ ເຊັ່ນ: ສີວິໄລ ສິນເຊື່ອ, ພີເອັສ, ເອເຊຍ ສິນເຊື່ອ, ແມັກກີ ແລະ ອຶ່ນໆ.
ວິທີທີ່ກຸ່ມແຊລູກໂສ້ມັກໃຊ້: ຈັດສາກຢ່າງຄືກຄື້ນ, ຊັກຊວນຢ່າງຟົດຟື້ນ, ໂຄສະນາໄລຍະນີ້ມີໂປຣນັ້ນໂປຣນີ້, ມື້ຕໍ່ມາໂປຣໃກ້ຈະໝົດແລ້ວພ້ອມທັງເລັ່ງລັດໃຫ້ເຮົາເກີດຄວາມຕັດສິນໃຈ ແລະ ອຶ່ນໆ.

