ໃຊ້ສະບູປະສົມສານຕ້ານ​ແບັກ​ທີ​ເຣຍ​ເປັນ​ປະ​ຈຳ​ອາດ​ໃຫ້​ໂທດ

ສະ​ບູ​ປະ​ສົມ​ສານ​ຕ້ານ​ແບັ​ກ​ທີ​ເຣຍ ອາດ​ສົ່ງ​ຜົນ​ຮ້າຍ​ຕໍ່​ເຮົາ​ໄດ້ ຫາກ​ໃຊ້​ຫລາຍ​ເກີນ​ຄວາມ​ຈຳ​ເປັນ. ສະ​ບູ ເປັນ​ຜະ​ລິດ​ຕະ​ພັນ​ໃຊ້​ເຮັດ​ຄວາມ​ສະ​ອາດ​ຮ່າງ​ກາຍ​ໃນ​ຊີ​ວິດ​ປະ​ຈຳ​ວັນ ສາ​ມາດ​ຊຳ​ລະ​ລ້າງ​ສິ່ງ​ເປິ​ເປື້ອນ​ໄດ້​ດີ​ກ່​ວາ​ການ​ໃຊ້​ນ້ຳ​ພຽງ​ຢ່າງ​ດຽວ ເຊິ່ງ​ການ​ໃຊ້​ໃນ​ວັດ​ຖຸ​ປ​ະ​ສົງ​ເຮັດ​ຄວາມ​ສະ​ອາດ ຈຶ່ງ​ຖື​ເປັນ​ເຄື່ອງ​ສຳ​ອາງ. ປັດ​ຈຸ​ບັນ​ມີ​ຜູ້​ຜະ​ລິດ​ຫລາຍ​ເຈົ້າ​ໄດ້​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ​ລົງ​ໄປ​ໃນ​ສະ​ບູ ໂດຍ​ອ້າງວ່າ​ສາ​ມາດ​ເຮັດ​ຄວາມ​ສະ​ອາດ​ຜິວ​ໄດ້​ດີ​ຂຶ້ນ ເນື່ອງ​ຈາກ​ສານ​ຕ້ານ​ແບັກ​ທີ​ເຣຍ​ຈະ​ຊ່ວຍ​ທຳ​ລາຍ​ເຊື້ອ​ພະ​ຍາດ​ທີ່​ຢູ່​ເທິງ​ຜິວ​ໜັງ​ໄດ້.

  • ອັນ​ຕະ​ລາຍ​ຈາກ​ສະ​ບູ​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ : ເຊື້ອ​ແບັກ​ທີ​ເຣຍ ເປັນ​ແຊນ​ຂະ​ໜາດ​ນ້ອຍ ເບິ່ງບໍ່​ເຫັນ​ດ້ວຍ​ຕາ​ເປົ່າ ສາ​ມາດ​ພົບ​ໄດ້​ທົ່ວ​ຮ່າງ​ກາຍ ການ​ເຮັດ​ຄວາມ​ສະ​ອາດ​ດ້ວຍ​ສ​ະ​ບູ​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ ເຊິ່ງ​ທີ່​ນິ​ຍົມ​ເອົາ​ມາ​ປະ​ສົມ​ໃນ​ສະ​ບູ ໄດ້​ແກ່ : ໄຕ​ຣ​ໂຄ​ລ​ຊານ Triclosan ຈະ​ສາ​ມາດ​ເຮັດ​ຄວາມ​ສະ​ອາດ​ຜິວ ຊຳ​ລະ​ລ້າງ​ສິ່ງ​ເປິ​ເປື້ອນ ແລະ ຊ່ວຍ​ຫລຸດ​ຈຳ​ນວນ​ເຊື້ອ​ຈຸ​ລິນ​ຊີ​ທີ່​ຢູ່​ເທິງ​ຜິວ​ໜັງ​ຂອງ​ເຮົາ​ໄດ້, ແຕ່​ການ​ໃຊ້​ຕະ​ຫລອດ ແລະ ຫລາຍ​ເກີນ​ຄວາມ​ຈຳ​ເປັນ​ຈະ​ສົ່ງ​ຜົນ​ຮ້າຍ ເນື່ອງ​ຈາກ​ເຊື້ອ​ແບັກ​ທີ​ເຣຍ​ມີ​ທັງ​ຊະ​ນິດກໍ່​ໃຫ້​ເກີດ​ພະ​ຍາດ​ຮ້າຍ​ແຮງ ແລະ ຊະ​ນິດ​ທີ່​ໃຫ້​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ. ສານ​ຕ້ານ​ແບັກ​ທີ​ເຣຍ​ທີ່​ປະ​ສົມ​ຢູ່​ໃນ​ສະ​ບູ​ຈະ​ບໍ່​ສາ​ມາດ​ໄຈ້​ແຍກ​ຄວາມ​ແຕກ​ຕ່າງ​ຂອງ​ເຊື້ອ​ແບັກ​ທີ​ເຣຍ​ໄດ້ ຈະ​ທຳ​ລາຍ​ເຊື້ອ​ແບັກ​ທີ​ເຣຍ​ທີ່​ດີ່​ຊ່ວຍ​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ຮ່າງ​ກາຍ​ຈາກ​ສິ່ງ​ແປກ​ປອມ ເຮັດ​ໃຫ້​ຮ່າງ​ກາຍບໍ່​ມີ​ພູ​ມ​ຕ້ານ​ທານ​ຕໍ່​ສິ່ງ​ແວດ​ລ້ອມ ລວມ​ເຖິງ​ຖິ້ມ​ສານ​ຕົກ​ຄ້າງ​ຂອງ​ສານ​ຕ້ານ​ເຊື້ອ​ດັ່ງ​ກ່າວ​ເທິງ​ຜິວ​ໜັງ ແລະ ມີ​ຜົນ​ເຮັດ​ໃຫ້​ມີ​ການ​ພັດ​ທະ​ນາ​ຂອງ​ສາຍ​ພັນ​ແບັກ​ທີ​ເຣຍ​ທີ່​ແຂງ​ແຮງ.
  • ເຮົາ​ຈຳ​ເປັນ​ຕ້ອງ​ໃຊ້​ສະ​ບູ​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ​ຫລືບໍ່ ? ຄົນ​ທົ່ວ​ໄປ​ບໍ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໃຊ້​ສະ​ບູ​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ ເນື່ອງ​ຈາກ​ການ​ເຮັດ​ຄວາມ​ສະ​ອາດ​ດ້ວຍ​ສະ​ບູ​ທຳ​ມະ​ດາ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ກໍ​ສາ​ມາດ​ຫລຸດ​ຈຳ​ນວນ​ເຊື້ອ​ແບັກ​ທີ​ເຣຍ​ອອກ​ໄປ​ໄດ້​ຄື​ກັນ​ກັບ​ສະ​ບູ​ປະ​ສົມ​ສານ​ຕ້ານ​ແບັກ​ທີ​ເຣຍ.
  • ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຜ​ະ​ລິດ​ຕະ​ພັນ​ນັ້ນ​ຕ້ານ​ເຊື້ອ​ແບັກ​ທີ​ເຣຍ​ຫລືບໍ່ ? ສັງ​ເກດ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ປ້າຍ​ກຳ​ກັບ​ວ່າ “ຫລຸດ​ການ​ສະ​ສົມ​ຂອງ​ເຊື້ອ​ແບັກ​ທີ​ເຣຍ” ແລະ ສະ​ຫລາກ​ສະ​ແດງ​ຂໍ້​ມູນ​ສ່ວນ​ປະ​ກອບ​ເທິງ​​ພາ​ຊະ​ນະບັນ​ຈຸ ສາ​ມາດ​ຊ່ວຍບອກ​ໄດ້​ວ່າ ຜະ​ລິດ​ຕະ​ພັນ​ນັ້ນ​ມີ​ສ່ວນ​ປະ​ສົມ​ຂອງ​ສ້ານ​ຕ້ານ​ເຊື້ອ​ແບັກ​ທີ​ເຣຍ​ຫລືບໍ່.