ກິນການຊຽມແນວໃດໃຫ້ໄດ້ຜົນດີຕໍ່ກະດູກຢ່າງແທ້ຈິງ

ຫາກຊື້ອາຫານເສີມການຊຽມມາເພື່ອກິນບຳລຸງກະດູກ ຕ້ອງກິນຢ່າງຖືກວິທີນຳຈຶ່ງຈະໄດ້ຜົນ.
- ທາດການຊຽມແມ່ນຫຍັງ ? ທາດການຊຽມເປັນແຮ່ທາດທີ່ພົບຫລາຍທີ່ສຸດໃນຮ່າງກາຍ ເຊິ່ງທັງໝົດຈະຢູ່ໃນກະດູກ ແລະ ແຂ້ວ ໃນຮ່າງກາຍຄົນໜັກ 50 ກິໂລກຣາມຈະມີທາດການຊຽມປະມານ 1 ກິໂລກຣາມ. ທາດການຊຽມມີໜ້າທີ່ສຳຄັນຕໍ່ການເຮັດວຽກຂອງຮ່າງກາຍເກືອບທຸກພາກສ່ວນ ແລະ ສິ່ງສຳຄັນຍັງມີໜ້າທີ່ສ້າງກະດູກ ເຊິ່ງເປັນໂຄງສ້າງຫລັກຂອງຮ່າງກາຍ.
- ການເລືອກກິນທາດການຊຽມໃຫ້ໄດ້ຜົນ :
- ທາດການຊຽມທີ່ລະລາຍນ້ຳໄດ້ດີ ໄດ້ແກ່ : ການຊຽມຊິເຕຣດ, ການຊຽມແລັກເຕດ ກລູໂຄເນດ ເຊິ່ງການກິນທາດການຊຽມຊະນິດເມັດຟູ ຫລື ຝຸ່ນຊົງດື່ມ ຈະລະລາຍໄດ້ດີກ່ວາຊະນິດເມັດ.
- ການກິນເທື່ອລະ 600 – 800 ມິນລີກຣາມ ດູດຊຶມໄດ້ດີກ່ວາປະລິມານຫລາຍໆ.
- ການເລືອກກິນທາດການຊຽມໃຫ້ໄດ້ປະໂຫຍດສູງສຸດ :
- ເລືອກສູດທີ່ມີສ່ວນປະສົມຂອງທາດການຊຽມຊິເຕຣດ ແລະ ທາດການຊຽມແລັກເຕດກລູໂຄເນດ ເພື່ອໃຫ້ລະລາຍນ້ຳໄດ້ດີ.
- ເລືອກທາດການຊຽມທີ່ມີສ່ວນປະສົມຂອງວິຕາມິນ D ເພື່ອຊ່ວຍໃນການດູດຊຶມການຊຽມ ແລະ ເປັນປະໂຫຍດຕໍ່ກະດູກ.
- ກໍລະນີທີ່ມີສ່ວນປະສົມຂອງການຊຽມຄາບໍເນດ ຄວນກິນການຊຽມຫລັງຈາກກິນອາຫານແລ້ວ ເນື່ອງຈາກກະເພາະອາຫານຈະມີສະພາບເປັນກົດຊ່ວຍເຮັດໃຫ້ທາດການຊຽມຄາບໍເນດແຕກໂຕ ແລະ ລະລາຍນ້ຳໄດ້ດີຍິ່ງຂຶ້ນ.

