ຂໍ້ມູນຜູ້ເສຍຊີວິດຈາກພະຍາດໂຄວິດ-19ໃໝ່ 5 ຄົນ ໃນ ສປປ ລາວ ວັນທີ 11 ທັນວາ 2021

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 11 ທັນວາ 2021 ວ່າ: ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 88.064 ຄົນ, ເສຍຊີວິດສະສົມ 236 ຄົນ ກວມເອົາ 0.26% ຂອງຜູ້ຕິດເຊື້ອທັງໝົດ (ໃນນີ້ເສຍຊີວິດໃໝ່ 5 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 599 ຄົນ, ກໍາລັງປິ່ນປົວ 12.011 ຄົນ.
- ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 05 ຄົນ:
1). ເພດຍິງ, ອາຍຸ 61 ປີ, ບ້ານດອນປ່າໃໝ່ ,ເມືອງສີສັດຕະນາກ, ນະຄອນຫຼວງ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ
– ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ໄດ້ 1 ເຂັມ
– ຄົນເຈັບເລີ່ມໄຂ້,ໄອ, ຫາຍໃຈຝືດ ແຕ່ວັນທີ 29 ພະຈິກ 2021 ແລະ ວັນທີ 02 ທັນວາ 2021: ໄດ້ກວດໂຄວິດຢູ່ໂຮງໝໍ 103 ໃຫ້ຜົນບວກ
– ວັນທີ 04 ທັນວາ 2021: ເຂົ້ານອນຕິດຕາມປີ່ນປົວຢູ່ສູນຫ້ວຍຫົງ
– ວັນທີ 05 ທັນວາ 2021: ຍ້າຍມານອນຕຶກໃໝ່ໂຮງໝໍມິດຕະພາບ
– ຕໍ່ມາຄົນເຈັບມີອາການ ກະວົນກະວາຍ, ຫາຍໃຈຝືດ,ນອນພຽງບໍ່ໄດ້, ຫາຍໃຈໄວ ແລະ ຫອບ
– ລວມມື້ປິ່ນປົວ: 05-10 ທັນວາ 2021, ລວມເປັນ 06 ວັນ
– ມາຮອດເວລາ 04:50 ນາທີ ຂອງວັນທີ 10 ທັນວາ 2021 ຄົນເຈັບໄດ້ເສຍຊີວິດລົງ
2). ເພດຍິງ, ອາຍຸ 87 ປີ, ບ້ານນາວຽງຄຳ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ
– ພະຍາດປະຈຳຕົວ: ເປັນວັນນະໂລກປອດມາກ່ອນ ໄດ້ກິນຢາຄົບເປັນໄດ້ 20 ປີ, ບໍ່ເຄີຍເຊັກສຸຂະພາບ
– ບໍ່ໄດ້ສັກຢາປ້ອງກັນໂຄວິດ-19
– ເຂົ້າໂຮງໝໍ ວັນທີ 07 ທັນວາ 2021, ເວລາ 10:20 ໂມງ: ຜູ້ກ່ຽວມີອາການໄຂ້, ໄອ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ຄົນເຈັບໄຂ້ຢູ່ບ້ານໄດ້ 10 ວັນໄຂ້ຫຸ່ມໆ-ໄອເລັກນ້ອຍ, ເຈັບທ້ອງເຂດກະເພາະ ອິດເມື່ອຍ ພີ່ນ້ອງຈຶ່ງພາມາກວດຢູ່ສຸກເສີນແລ້ວສົ່ງມານອນຕຶກແຍກປ່ຽວເວລາ 11:10 ໂມງ
– ມາຮອດເວລາ 12:20 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
3) ເພດຍິງ ອາຍຸ 80 ປິ, ບ້ານອຸມມົງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
– ພະຍາດຜ່ານມາ: ຫຼ່ອຍຫຼາຍກ່ວາ 20 ປີ
– ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 30 ພະຈິກ 2021 ຍ້ອນ ເມື່ອຍ, ອ່ອນແຮງ ແຂນຂາ, ຄົນເຈັບງ້ວງຊຶມ ແລະ ກິນດື່ມບໍ່ໄດ້
– ສະພາບໄລຍະການປິ່ນປົວແມ່ນບໍ່ມີອາການດີຂື້ນ ສະຕິງ້ວງຊືມຕະຫຼອດ ບໍ່ສາມາດກິນດື່ມໄດ້ ອາການຊຸດໂຊມລົງຫຼາຍໃນແຕ່ລະວັນ.
– ໄລຍະການປິ່ນປົວ: 30 ພະຈິກ -10 ທັນວາ 2021, ລວມເປັນ 11 ວັນ
– ມາຮອດເວລາ 03:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
4). ເພດຊາຍ, ອາຍຸ 91 ປີ, ບ້ານນາຄໍາ, ເມືອງສີໂຄດຕະບອງ, ນະຄອຫຼວງ
– ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບມາກ່ອນ
– ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
– ວັນທີ 05 ທັນວາ 2021: ຜົນກວດຢັ້ງຢືນພົບເຊື້ອໂຄວິດ-19 ແລະ ເຂົ້ານອນສູນສີເກີດ
– ເວລາ 19:30 ນາທີ ຂອງວັນທີ 06 ທັນວາ 2021: ຮັບຄົນເຈັບຈາກສູນສີເກີດ ມານອນປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການເມື່ອຍ, ຫາຍໃຈຝຶດ ແລະ ຫາຍໃຈຫອບ
– ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ
– ມາຮອດເວລາ 05:58 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ
5). ເພດຍິງ 74 ປີ, ບ້ານສີບຸນເຮືອງ, ເມືອງສີໂຄດຕະບອງ, ນະຄອນຫຼວງ
– ພະຍາດປະຈໍາຕົວ: ເບົາຫວານ ມາໄດ້ຫລາຍປີ ກິນຢາປະຈໍາ
– ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຄົບ
– ເວລາ 12:21 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ແໜ້ນໜ້າເອິກ ແລະ ອ່ອນເພຍມາໄດ້ 03 ວັນ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
– ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ
– ມາຮອດເວລາ 10:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ.

