ນັກວິທະຍາສາດຍີ່ປຸ່ນ ສ້າງໜ້າກາກທີ່ເຮືອງແສງເມື່ອຖືກໂຄວິດ ໂດຍໃຊ້ແອນຕິບໍດີ້ຈາກໄຂ່ນົກກະຈອກເທດ

ນັກວິທະຍາສາດຈາກມະຫາວິທະຍາໄລ Kyoto Prefectural ທາງຕາເວັນຕົກຂອງປະເທດຍີ່ປຸ່ນ ໄດ້ພັດທະນາໜ້າກາກທີ່ເຮືອງແສງພາຍໃຕ້ແສງໄຟອຸລຕຣ້າໄວໂອເລດ ເມື່ອມີເຊື້ອໂຄວິດຕິດຢູ່ໃນໜ້າກາກ ໂດຍໃຊ້ແອນຕິບໍດີ້ຈາກໄຂ່ຂອງນົກກະຈອກເທດ.

ໂດຍທ່ານ ຢາຊູຮິໂຣ ຊີຄາໂມໂຕ້ ອາຍຸ 52 ປີ ເຊິ່ງເປັນປະທານຂອງມະຫາວິທະຍາໄລ ຫວັງວ່າການພັດທະນາໜ້າກາກນີ້ຈະເປັນອີກທາງທີ່ສາມາດຊ່ວຍກວດຜູ້ໃສ່ໜ້າກາກວ່າໄດ້ຮັບເຊື້ອໂຄວິດມາ ຫລື ບໍ່ ເຊິ່ງຕອນນີ້ທາງມະຫາວິທະຍາໄລກຳລັງເຮັດເລື່ອງຂໍໃຫ້ທາງລັດຖະບານຍີ່ປຸ່ນອະນຸມັດ ເພື່ອໃຫ້ໜ້າກາກນີ້ຈຳໜ່າຍໃນທ້ອງຕະຫລາດໄດ້ພາຍໃນປີໜ້າ.

ໄຂ່ນົກກະຈອກເທດນັ້ນມີຕົວແອນຕິບໍດີ້ ແລະ ໂປຣຕີນຫລາຍຊະນິດທີ່ສາມາດຕໍ່ຕ້ານສິ່ງແປກປອມຕ່າງໆຈາກພາຍນອກ ເຊິ່ງໃນເດືອນກຸມພາປີຜ່ານມາ ທີມວິໄຈໄດ້ທົດລອງສັກເຊື້ອໂຄໂຣນາໄວຣັສທີ່ເປັນເຊື້ອຕາຍ ແລະ ບໍ່ເປັນອັນຕະລາຍເຂົ້າສູ່ນົກກະຈອກເທດໂຕແມ່ ແລະ ເຮັດໃຫ້ນົກກະຈອກເທດອອກໄຂ່ທີ່ມີພູມຕ້ານທານອອກມາໄດ້ຫລາຍໜ່ວຍ.

ຫລັງຈາກນັ້ນ ທີມວິໄຈຈຶ່ງໄດ້ນຳເອົາຄວາມຮູ້ນີ້ມາພັດທະນາຕົວກອງອາກາດທີ່ຢູ່ໃນໜ້າກາກ ເຊິ່ງສາມາດຖອດຕົວກອງນີ້ອອກມາພົ່ນສີສະເປຟລູອໍເຣສເຊນທີ່ມີແອນຕິບໍດີ້ຂອງໄຂ່ນົກກະຈອກເທດ ເຊິ່ງຖ້າຕົວກອງໜ້າກາກມີເຊື້ອໂຄໂຣນາໄວຣັສຢູ່ ກໍຈະເຮືອງແສງພາຍໃຕ້ໄຟອຸລຕຣ້າໄວໂອເລດ.

ທີມວິໄຈໄດ້ທົດລອງໜ້າກາກນີ້ກັບຜູ້ທີ່ຕິດເຊື້ອໂຄໂຣນາໄວຣັສແລ້ວຫລາຍກວ່າ 32 ຄົນ ພາຍໃນເວລາ 10 ວັນ ເຊິ່ງໃນຂັ້ນຕອນຕໍ່ໄປ ທ່ານ ຊີຄາໂມໂຕ້ ກ່າວວ່າ ຈະຂະຫຍາຍກຸ່ມທົດລອງຂຶ້ນເປັນ 150 ຄົນ ເຊິ່ງທ່ານ ຊີຄາໂມໂຕ້ ກໍໄດ້ທົດລອງກັບຕົນເອງ ແລ້ວພົບວ່າທ່ານເອງກໍຕິດເຊື້ອໂຄໂຣນາໄວຣັສນຳ ເຊິ່ງທ່ານກວດສອບແບບ PCR Test ອີກເທື່ອໜຶ່ງກໍໄດ້ຜົນທີ່ອອກມາຄືກັນ. ທ່ານຍັງກ່າວອີກວ່າ: ທີມຂອງທ່ານສາມາດຜະລິດແອນຕິບໍດີ້ຈາກໄຂ່ນົກກະຈອກເທດໄດ້ໃນຈຳນວນຫລາຍ ແລະ ໃນຕົ້ນທຶນທີ່ຕໍ່ານຳອີກ ເຊິ່ງໃນອະນາຄົດທ່ານບອກວ່າຈະຊ່ວຍໃຫ້ການກວດເຊື້ອເຮັດໄດ້ງ່າຍ ແລະ ຖືກຈົນໃຜໆກໍສາມາດນຳມາກວດໄດ້.