ພຽງອາທິດດຽວ ຜູ້ຕິດເຊື້ອໂຄວິດ-19 ໃນທົ່ວປະເທດມີເຖິງ 8.648 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 10 ທັນ ວາ 2021 ນີ້ວ່າ: ປັດຈຸບັນ, ມີຜູ້ຕິດເຊື້ອສູງຂຶ້ນແຕ່ລະວັນ ໂດຍເຫັນໄດ້ໃນ 1 ອາທິດຜ່ານມາ ທົ່ວປະ ເທດມີ 8.648 ຄົນ ສະເລ່ຍ 1.000 ຄົນ/ມື້ ຫລື ສະເລ່ຍສູງເຖິງ 24,37%. ຂະນະທີ່ຢູ່ນະຄອນຫລວງວຽງຈັນ 35,80%. ສຳລັບແຂວງທີ່ພົບການຕິດເຊື້ອຫລາຍກວ່າໝູ່ຍັງແມ່ນນະຄອນຫລວງວຽງຈັນ, ຖັດມາແມ່ນແຂວງຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຫລວງພະບາງ ແລະ ແຂວງວຽງຈັນ ຊຶ່ງໂດຍ ລວມແລ້ວ, ແຕ່ລະມື້ອັດຕາການກວດພົບເຊື້ອຍັງສູງ ແລະ ການຕິດເຊື້ອກໍເກີດຢູ່ບ່ອນມີຄົນຫລາຍ ແລະ ຂາດມາດຕະການປ້ອງກັນທີ່ເຂັ້ມງວດ ຈຶ່ງຂະຫຍາຍເປັນວົງກວ້າງລົງສູ່ບ້ານ ແລະ ຄອບຄົວ ຫລື ຈາກຄອບຄົວສູ່ສຳນັກງານອົງການ, ບໍລິສັດ, ໂຮງງານ, ສະຖາບັນການສຶກສາ ແລະ ອື່ນໆ.

ແຮງງານລາວຕິດເຊື້ອໂຄວິດ-19 ນຳເຂົ້າ ພົບສາຍພັນເດວຕ້າ ສູງເຖິງ 35% | Lao Today

ແນວໃດກໍຕາມ, ຕາງໜ້າຄະນະສະເພາະກິດ ຂໍການຮ່ວມມືຈາກທຸກພາກສ່ວນໃນທົ່ວສັງຄົມໂດຍໃຫ້ຕື່ນໂຕປະຕິບັດມາດຕະການປ້ອງກັນຕົນເອງຕາມຄຳແນະນຳວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດເພື່ອ ຮັບປະກັນບໍ່ໃຫ້ຄວາມສ່ຽງທີ່ສູງຢູ່ແລ້ວເພີ່ມສູງຂຶ້ນອີກກວ່າເກົ່າ ຈົນບໍ່ສາມາດຄວບຄຸມໄດ້. ຈົ່ງຮັບຮູ້ນຳກັນວ່າເມື່ອທ່ານຕິດເຊື້ອ ແລະ ເກີດມີອາການໜັກ ສິ່່ງທີ່ທ່ານຄະດເຫັນກໍຄືຜົນປະໂຫຍດຂອງມາດຕະການທີ່ໄດ້ແນະນຳ ແຕ່ມັນອາດສວາຍເກີນໄປສຳລັບທ່ານ ແລະ ເຮົາຈະຊື້ເວລາຄືນບໍ່ໄດ້.