ຊິໂນແວກ ຢືນຢັນກຳລັງທົດລອງ ປະສິດທິພາບວັກຊີນຕໍ່ ໂອມິຄຣອນ ບໍ່ລະບຸເມື່ອໃດເປີດເຜີຍຜົນການທົດສອບ

‘ຊິໂນແວກ’ ລະບຸກຳລັງທົດລອງປະສິດທິພາບວັກຊີນຕໍ່ໂຄວິດສາຍພັນໂອມິຄຣອນ, ເນັ້ນໃຊ້ການທົດລອງວິທີດຽວກັບ “ໄຟເຊີ” ແຕ່ບໍ່ລະບຸຈະເປີດເຜີຍຜົນການທົດລອງເມື່ອໃດ.
ວັນທີ 9 ທັນວາ 2021, ເວັບໄຊ Bloomberg ລາຍງານອ້າງການເປີດເຜີຍຈາກບໍລິສັດຊິໂນແວກ ໄບໂອເທັກ ຜູ້ພັດທະນາວັກຊີນປ້ອງກັນໂຄວິດ-19 ສັນຊາດຈີນ ທີ່ຢືນຢັນວ່າ: ທາງບໍລິສັດກຳລັງທົດສອບປະສິດທິພາບວັກຊີນເຊື້ອຕາຍຕໍ່ໄວຣັສໂຄວິດ-19 ສາຍພັນໂອມິຄຣອນ ໃນຫ້ອງທົດລອງ.
ບໍລິສັດຊິໂນແວກ ລະບຸວ່າ: ການທົດລອງປະສິດທິພາບວັກຊີນດັ່ງກ່າວ ຈະດຳເນີນການກັບທີ່ບໍລິສັດໄຟເຊີ ມີການທົດລອງປະສິດທິພາບວັກຊີນຂອງຕົນເອງໄປແລ້ວກ່ອນໜ້ານີ້ ຄືການໃຊ້ໄວຣັສທີ່ບໍ່ສ້້າງພະຍາດ (pseudovirus) ຈຳລອງການຕິດເຊື້ອ ເຊິ່ງຖືໄດ້ວ່າເປັນວິທີໄວທີ່ສຸດທີ່ຈະເຮັດໃຫ້ຮູ້ເຖິງປະສິດທິພາບວັກຊີນຕໍ່ໄວຣັສສາຍພັນໂອມິຄຣອນ.
ເຖິງຢ່າງໃດກໍຕາມ, ບໍລິສັດຊິໂນແວກລະບຸວ່າ: ການທົດສອບປະສິດທິພາບນີ້ອາດຕ້ອງໃຊ້ເວລາໄລຍະໜຶ່ງ ແລະ ບໍ່ສາມາດລະບຸໄດ້ວ່າ: ຈະປະກາດຜົນການທົດສອບປະສິດທິພາບວັກຊີນຊິໂນແວກ ຕໍ່ເຊື້ອໂຄວິດສາຍພັນໂອມິຄຣອນໄດ້ເມື່ອໃດ.
ວັກຊີນໂຄວິດ-19 ທີ່ພັດທະນາໂດຍຊິໂນແວກ ເປັນວັກຊີນສັນຊາດຈີນທີ່ຖືກໃຊ້ຫລາຍທີ່ສຸດຍີ່ຫໍ້ໜຶ່ງຂອງໂລກ ໂດຍມີຍອດການສົ່ງອອກໄປທົ່ວໂລກ 2.300 ລ້ານກວ່າໂດສ ລວມທັງມີການນຳໃຊ້ໃນປະເທດຈີນນຳ ເຊິ່ງຜ່ານມາມີຫລາຍຝ່າຍສະແດງຄວາມກັງວົນເຖິງປະສິດທິພາບຂອງວັກຊີນຊະນິດເຊື້ອຕາຍເຊັ່ນ: ຊິໂນແວກ ແລະ ຊິໂນຟາມ ລວມທັງວັກຊີນຊະນິດອື່ນໆ ທີ່ຖືກພັດທະນາເພື່ອຮັບມືໂຄວິດ-19 ວ່າອາດມີປະສິດທິພາບຫລຸດລົງ ເມື່ອຕ້ອງພົບສາຍພັນໂອມິຄຣອນ.
ກ່ອນໜ້ານີ້ ຜູ້ພັດທະນາວັກຊີນຄືໄຟເຊີ ອອກມາຍອມຮັບວ່າ: ປະສິດທິພາບຂອງວັກຊີນຫລຸດລົງແທ້ເມື່ອຕໍ່ສູ້ກັບໄວຣັສໂຄວິດສາຍພັນໂອມິຄຣອນ, ແຕ່ຍັງຢືນຢັນວ່າ: ການສັກວັກຊີນເຂັມທີສາມ ຍັງມີປະສິດທິພາບກະຕຸ້ນພູມຕ້ານທານໃຫ້ສູ້ກັບເຊື້ອສາຍພັນນີ້ໄດ້, ຂະນະທີ່ການວິໄຈກຸ່ມນ້ອຍໃນອາຟຣິກາໃຕ້ຊີ້ວ່າ: ວັກຊີນໄຟເຊີມີປະສິດທິພາບຫລຸດລົງແທ້ ໂດຍອາດຫລຸດລົງເຖິງ 41 ເທົ່າເມື່ອທຽບໃສ່ການຕໍ່ສູ້ກັບເຊື້ອໂຄວິດສາຍພັນດັ້ງເດີມ.
ອ້າງອີງ:

