ຊາເວສ ນ້ຳຕາຊຶມ ຊຶ້ງໃຈໄດ້ບັນຍາຍວິນາທີລູກຊາຍຕົນເອງລົງຫລິ້ນໃຫ້ແມນຢູ

ຣ໊ອບບີ ຊາເວສ ອະດີດນັກເຕະ ແມນເຊສເຕີ ຢູໄນເຕັດ ທີ່ປັດຈຸບັນຮັບຫນ້າທີ່ກູຣູ ບານເຕະຊື່ດັງ ໄດ້ຫລັງນ້ຳຕາເປີດເຜີຍຄວາມຮູ້ສຶກກັບ ບີທີ ສະປອດ ເມື່ອໄດ້ເຫັນ ຊາລີ ລູກຊາຍອາຍຸ 18 ປີ ລົງປະເດີມສະຫນາມໃຫ້ກັບທີມຂອງ ຣາຟ ຣັກນິກ ໃນການແຂ່ງຂັນບານເຕະ ຢູຟາ ແຊ໊ມປຽນລີກ ນັດເປີດບ້ານສະເຫມີ ຢັງ ບອຍ 1-1 ຄືນວັນພຸດ ທີ 9 ທັນວາ ທີ່ຜ່ານມາ.

ແມນເຊສເຕີ ຢູໄນເຕັດຮັບປະກັນເຂົ້າຮອບໃນຖານະແຊ໊ມກຸ່ມໄດ້ຮຽບຮ້ອຍຕັ້ງແຕ່ສອງອາທິດກ່ອນ ເຮັດໃຫ້ຜູ້ຈັດການທີມຊາວເຢຍລະມັນຕັດສິນໃຈປ່ຽນຜູ້ຫລິ້ນ 11 ໂຕຈິງຈາກເກມກັບ ຄຣິສຕັນ ພາເລສ ເມື່ອອາທິດຜ່ານມາແບບຍົກຊຸດ ເພື່ອໃຫ້ດາວດັງໄດ້ພັກ ກ່ອນລົງໂຕຈິງກັບ ນໍຣິສ ຊິຕີ ໃນຄືນວັນອາທິດທີ່ຈະເຖິງນີ້.

ໂດຍຄືນທີ່ຜ່ານມາ ຣັງນິກ ເປີດໂອກາດໃຫ້ດາວຮຸ່ງຈາກສະໂມສອນໄດ້ລົງຫລິ້ນຫລາຍຄົນ ທັງໃນຖານະຕົວຈິງ ແລະ ສຳຮອງໃນໄລຍະເຄິ່ງເວລາທີສອງ.

” ຂ້ອຍນ້ຳຕາຊຶມ ເພາະສິ່ງທີ່ເດັກຄົນນີ້ເຮັດສຳເລັດ ຊາລີ ຊາເວສ ປະສົບຄວາມສຳເລັດແລ້ວໃນຖານະໄວຫນຸ່ມຂອງລາວ ”  ຊາເວສ ຜູ້ພໍ່ ບອກກັບ ບີທີ ສະປອດ ກ່ອນເກມ ຫລັງຮູ້ວ່າລູກຊາຍຕົນເອງມີຊື່ເປັນຜູ້ຫລິ້ນສຳຮອງ.

ໂດຍຫລັງຈາກນັ້ນ ໃນໄລຍະນາທີ 89 ຊາລີ ຖືກປ່ຽນລົງມາແທນ ຄວນ ມາຕາ ຜູ້ບັນຍາຍໃນສະຫນາມກໍໄດ້ໃຫ້ກຽດ ຣ໊ອບບີ ທີ່ພວມວິເຄາະເກມຢູ່ໄດ້ປະກາດຊື່ລູກຊາຍຂອງລາວເອງ.

” ຊາລີ ຊາເວສ ຈະລົງມາແທນ ຕວນ ມາຕາ… ໂອ້ ຂ້ອຍບໍ່ຄິດເລີຍວ່າຈະມີມື້ໄດ້ເວົ້າແບບນີ້ ທີ່ ແມນເຊສເຕີ ຢູໄນເຕັດ ເປັນມື້ທີ່ຂ້ອຍພູມໃຈຫລາຍແທ້ໆ “.

ສໍາລັບ ຊາລີ ເປັນນັກເຕະຖະນັດຊ້າຍ, ຫຼີ້ນຢູ່ໃນກອງກາງຄືກັບພໍ່ຂອງລາວ. ມີສິດເລືອກຫຼິ້ນໃຫ້ກັບທີມຊາດເວວຕາມເຊື້ອສາຍຂອງພໍ່ຕົນ ຫຼືທີມຊາດອັງກິດ ເນື່ອງຈາກວ່າລາວເກີດຢູ່ໃນເມືອງເລສເຕີ ສະໄຫມທີ່ ຮ໊ອບບີ  ຫລິ້ນໃຫ້ກັບ ເລສເຕີ ຊິຕີ, ແຕ່ໃນປັດຈຸບັນ ຊາລີ ໄດ້ເລືອກທີ່ຈະຫຼິ້ນໃຫ້ທີມຊາດເວລ  ໃນລະດັບ U-17, U-18 ແລະ U-19.

ສຳລັບ ຣ໊ອບບີ ຊາເວສ ປັດຈຸບັນ ອາຍຸ 47 ປີ ເປັນເດັກຝຶກຫັດຂອງແມນເຊສເຕີ ຢູໄນເຕັດ ເຕີບໃຫຍ່ພ້ອມກັບ ເດວິສ ເບັກແຮມ, ໄຣອັນ ກິກ, ພອລ ສະໂຄລ, ແກຣີ ເນວິລ, ນິກກີ ບັດ ແລະ  ແຕ່ບໍ່ມີໂອກາດໄດ້ລົງຫຼິ້ນໃຫ້ກັບທີມຂອງຜີສາດແດງຊຸດໃຫຍ່ . ກ່ອນທີ່ຈະຍ້າຍໄປສ້າງຊື່ສຽງໃນສະໂມສອນອື່ນໆໃນປະເທດອັງກິດ ໂດຍສະເພາະຢູ່ ເລສເຕີ ຊິຕີ ແລະ ດາບີ ເຄົາຕີ, ຕິດທີມຊາດ ເວລ ຊຸດໃຫຍ່ 39 ນັດ ຍິງໄດ້ 2 ປະຕູ.