ລາວ-ຫວຽດນາມ ເຫັນພ້ອມສືບຕໍ່ຮ່ວມມືດ້ານນິຕິບັນຍັດ

ໃນການຢ້ຽມຢາມ ສສ ຫວຽດນາມ ແຕ່ວັນທີ 6-8 ທັນວາ 2021, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ສປປ ລາວ ນອກຈາກໄດ້ເຂົ້າຢ້ຽມຂໍ່ານັບສະ ຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ; ສະ ຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ແຫ່ງ ສສ.ຫວຽດນາມເພື່ອປຶກສາຫາລືທິດທາງການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດນາມ ອ້າຍນ້ອງແລ້ວ, ຍັງໄດ້ພົບປະສອງຝ່າຍກັບສະຫາຍ ເວືອງ ດິງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດ ນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง และ สถานที่ในร่ม

ໃນການພົບປະ, ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ ທັງໄດ້ປຶກສາຫາລືທິດທາງແຜນການໃຕໍ່ໜ້າ ເປັນຕົ້ນການປັບປຸງບົດບັນ ທຶກການຮ່ວມມືລະຫວ່າງສອງອົງການນິຕິບັນຍັດທີ່ຈະສິ້ນສຸດໃນປີ 2022, ການສ້າງກິດຈະກໍາສະເຫລີມ ສະຫລອງສອງວັນປະຫວັດສາດ ແລະ ປີສ ມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ແລະ ສອງຝ່າຍໄດ້ເປັນເອກະພາບກັນສືບຕໍ່ພົວພັນຮ່ວມມືປັບປຸງບົດບັນທຶກສອງຝ່າຍ, ການແລກປ່ຽນຄະນະຜູ້ແທນ, ຄະນະມິດຕະພາບ, ສະມາຊິກສະພາແຫ່ງຊາດໜຸ່ມ, ສສຊ ເພດຍິງ, ຈັດຕັ້ງການສໍາມະນາໃນຫົວຂໍ້ ວິທະ ຍາສາດຮ່ວມກັນ, ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງລັດຖະບານ, ປະສານສົມທົບຮ່ວມກັນຕິດຕາມກວດກາໂຄງການຮ່ວມມືຕ່າງໆ, ປະສານສົມທົບການພົວພັນຮ່ວມມື ໃນເວທີພາກພື້ນ ແລະ ສາກົນ ເປັນ ຕົ້ນ AIPA, IPU, APPF, ASEP, CLV ແລະ ອື່ນໆ; ຮ່ວມກັນຈັດຕັ້ງບັນດາກິດຈະກໍາສະເຫລີມສະ ຫລອງ ປີສາມັກຄີມິດຕະພາບ; ສືບຕໍ່ການຄົ້ນຄວ້າຍ້ອງຍໍບັນດາກົມກອງ ແລະ ບຸກຄົນຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການປຸກສ້າງຫໍສະພາແຫ່ງຊາດລາວຫລັງໃໝ່, ພ້ອມກັນນັ້ນ ສສ.ຫວຽດນາມ ຈະສືບຕໍ່ຮ່ວມມືການຄຸ້ມຄອງ ແລະ ນໍາໃຊ້ຫໍສະພາແຫ່ງຊາດລາວ; ສືບຕໍ່ແລກປ່ຽນບົດຮຽນວຽກງານອົງຄະນະພັກສະພາແຫ່ງຊາດ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ กลางแจ้ง

ຂະນະດຽວກັນ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະເຂົ້າຮ່ວມສໍາມະນາແລກປ່ຽນບົດຮຽນ ຮ່ວມລະຫວ່າງສອງສະພາແຫ່ງຊາດ ເປັນຕົ້ນການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ, ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າສູ່ການຜັນຂະຫຍາຍບັນດາໂຄງການພັດ ທະນາເສດຖະກິດ-ສັງຄົມ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ.