ສານອຸທອນມາເລເຊຍພິພາກສາ ຍື່ນຄຳຕັດສິນຈຳຄຸກ 12 ປີ ອະດີດນາຍົກລັດຖະມົນຕີ ຄະດີທຸຈະລິດ 1MDB

ສານອຸທອນມາເລເຊຍຍື່ນຄຳຕັດສິນຈຳຄຸກ 12 ປີ ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ໃນຄະດີທຸຈະລິດກອງທຶນ 1MDB.
ວັນທີ 8 ທັນວາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານອຸທອນມາເລເຊຍພິພາກສາຍື່ນຄຳຕັດສິນຂອງສານຊັ້ນຕົ້ນ ໃຫ້ຈຳຄຸກທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ເປັນເວລາ 12 ປີ ຈາກຄວາມຜິດໃນຄະດີທຸຈະລິດກອງທຶນເພື່ອການພັດທະນາເສດຖະກິດແຫ່ງຊາດມາເລເຊຍ (1MDB) ມູນຄ່າຫລາຍພັນລ້ານໂດລາສະຫະລັດ.
ການພິພາກສາຍື່ນຄຳຕັດສິນດັ່ງກ່າວມີຂຶ້ນຫລັງຈາກທ່ານ ນາຈິບ ໄດ້ຍື່ນອຸທອນໂທດຈຳຄຸກ 12 ປີ ແລະ ປັບໄໝ 50 ລ້ານໂດລາສະຫະລັດ ຕາມຄຳພິພາກສາສານຊັ້ນຕົ້ນເມື່ອປີຜ່ານມາ ໂດຍສານພິສູດແລ້ວວ່າທ່ານ ນາຈິບ ມີຄວາມຜິດແທ້ໃນຄະດີອາຍາ ຖານລະເມີດຕໍ່ໜ້າທີ່, ໃຊ້ອຳນາດໃນທາງບໍ່ຖືກຕ້ອງ ແລະ ຟອກເງິນ.
ສຳລັບຄະດີທຸຈະລິດກອງທຶນ 1MDB ຖືເປັນຄະດີສໍ້ລາດບັງຫລວງທາງການເມືອງໃຫຍ່ທີ່ສຸດຄັ້ງໜຶ່ງຂອງໂລກ ໂດຍທາງການອາເມລິກາ ແລະ ມາເລເຊຍເຊື່ອວ່າ: ມີການລັກເງິນຈາກກອງທຶນ ເຊິ່ງຖືກຕັ້ງຂຶ້ນມາເພື່ອພັດທະນາໂຄງລ່າງພື້ນຖານຂອງມາເລເຊຍໄປເປັນຈຳນວນເງິນສູງເຖິງ 4,5 ພັນລ້ານໂດລາສະຫະລັດ ແລະ ມີເງິນຫລາຍກວ່າ 1.000 ລ້ານໂດລາສະຫະລັດ ຖືກໂອນເຂົ້າບັນຊີສ່ວນຕົວຂອງທ່ານ ນາຈິບ.
ເຖິງຢ່າງໃດກໍຕາມ, ທ່ານ ນາຈິບ ໄດ້ປະຕິເສດຂໍ້ກ່າວຫາທັງໝົດມາໂດຍຕະຫລອດ ເຖິງວ່າສານຈະພົບວ່າທ່ານໄດ້ຮັບເງິນຢ່າງຜິດກົດໝາຍຈາກ ເອັສອາຣ໌ຊີ ອິນເຕີເນຊັນແນລ (SRC International) ເຊິ່ງເຄີຍເປັນສ່ວນໜຶ່ງຂອງກອງທຶນ 1MDB ໄປເປັນຈຳນວນ 10 ລ້ານໂດລາສະຫະລັດ.
ທ່ານ ອັບດຸລ ຄາຣິມ ອັບດຸລ ຈາລິລ ຜູ້ພິພາກສາສານອຸທອນມາເລເຊຍ ອ່ານຄຳຕັດສິນໃນວັນທີ 8 ທັນວາວ່າ: ຄະນະຜູ້ພິພາກສາມີຄວາມເຫັນກົງກັນເປັນເອກະສັນກັບສານຊັ້ນຕົ້ນໃນຄວາມຜິດທັງ 7 ຂໍ້ຫາ ແລະ ປະຕິເສດຂໍ້ແກ້ຕົວຂອງທ່ານ ນາຈິບ ທີ່ລະບຸວ່າການກະທຳຂອງຕົນກ່ຽວກັບເອັສອາຣ໌ຊີເປັນໄປເພື່ອຜົນປະໂຫຍດຂອງຊາດ.
ທັງນີ້, ສານຍັງອະນຸຍາດໃຫ້ທ່ານ ນາຈິບ ໄດ້ຮັບການປະກັນຕົວໃນລະຫວ່າງການຍື່ນອຸທອນຕໍ່ສານລັດຖະບານກາງ ເຊິ່ງເປັນສານສູງສຸດຂອງມາເລເຊຍ ໂດຍທ່ານ ນາຈິບ ໄດ້ສະແດງຄວາມຄິດເຫັນພາຍຫລັງສຳເລັດການພິຈາລະນາຄະດີວ່າ: ທ່ານຮູ້ສຶກຜິດຫວັງຕໍ່ຄຳພິພາກສາດັ່ງກ່າວ.
ອ້າງອີງ:

