WHO ຊີ້ ວັກຊີນທີ່ມີຢູ່ອາດຊ່ວຍປ້ອງກັນ ບໍ່ໃຫ້ຜູ້ຕິດເຊື້ອໂອມິຄຣອນອາການຮຸນແຮງໄດ້ ແຕ່ຍັງຕ້ອງລໍຖ້າການວິໄຈເພີ່ມຕື່ມ

ທ່ານໝໍ ໄມ ໄຣອັນ ຜູ້ອຳນວຍການໂຄງການເຫດສຸກເສີນດ້ານສຸຂະພາບຂອງອົງການອະນາໄມໂລກ (WHO) ລະບຸວ່າ: ວັກຊີນທີ່ມີຢູ່ໃນປັດຈຸບັນອາດຊ່ວຍປ້ອງກັນບໍ່ໃຫ້ຜູ້ຕິດເຊື້ອໂຄວິດສາຍພັນໂອມິຄຣອນມີອາການຮຸນແຮງໄດ້.
ຄວາມເຫັນດັ່ງກ່າວມີຂຶ້ນຫລັງມີຜົນທົດສອບຈາກແລັບຄັ້ງທຳອິດລະບຸວ່າ: ໄວຣັສສາຍພັນນີ້ສາມາດຫລົບຫລີກວັກຊີນຂອງ Pfizer ໄດ້ບາງສ່ວນ ໂດຍນັກວິໄຈພົບວ່າລະດັບພູມຕ້ານທານໃນຮ່າງກາຍມະນຸດຫລຸດລົງຫລາຍເມື່ອພົບກັບໂອມິຄຣອນ.
ເຖິງຢ່າງໃດກໍຕາມ, ທ່ານໝໍ ໄຣອັນ ເບິ່ງວ່າ: ປັດຈຸບັນຍັງບໍ່ມີສັນຍານວ່າໂອມິຄຣອນຈະສາມາດຫລົບຫລີກວັກຊີນໄດ້ດີກວ່າສາຍພັນອື່ນໆ.
“ເຮົາມີວັກຊີນທີ່ມີປະສິດທິພາບສູງ ເຊິ່ງພິສູດແລ້ວວ່າມີປະສິດທິພາບຕໍ່ທຸກສາຍພັນທີ່ມີຢູ່ ໃນແງ່ຂອງການປ້ອງກັນບໍ່ໃຫ້ເກີດພະຍາດຮຸນແຮງ ຫລື ການຕ້ອງເຂົ້າປິ່ນປົວໃນໂຮງໝໍ ແລະ ຍັງບໍ່ມີເຫດຜົນໃຫ້ເຊື່ອວ່າຈະບໍ່ເປັນແບບນັ້ນກັບສາຍພັນໂອມິຄຣອນ” ທ່ານໝໍ ໄຣອັນ ກ່າວກັບສຳນັກຂ່າວ AFP.
ທ່ານກ່າວອີກວ່າ: ຈາກຂໍ້ມູນເບື້ອງຕົ້ນບົ່ງຊີ້ວ່າໂອມິຄຣອນບໍ່ໄດ້ເຮັດໃຫ້ຜູ້ຕິດເຊື້ອອາການຮຸນແຮງກວ່າເດວຕາ ຫລື ສາຍພັນອື່ນໆ.
ທັງນີ້, ການສຶກສາໃໝ່ຈາກອາຟຣິກາໃຕ້ ເຊິ່ງຍັງບໍ່ຜ່ານການກວດສອບຈາກຜູ້ຊ່ຽວຊານພົບວ່າ: ວັກຊີນ Pfizer/BioNTech ມີປະສິດທິພາບຫລຸດລົງເຖິງ 40 ເທົ່າເມື່ອພົບກັບໂອມິຄຣອນ ຖ້າທຽບໃສ່ສາຍພັນໂຄວິດດັ້ງເດີມ, ແຕ່ຢ່າງນັ້ນ ສາສະດາຈານ ອາເລັກ ຊິກັລ ນັກໄວຣັສວິທະຍາຜູ້ນຳການວິໄຈນີ້ທີ່ສະຖາບັນວິໄຈສຸຂະພາບອາຟຣິກາ ກ່າວວ່າ: ຄວາມສາມາດໃນການຫລົບຫລີກວັກຊີນຂອງໂອມິຄຣອນນັ້ນ ‘ຍັງບໍ່ສົມບູນ’.
ທ່ານເບິ່ງໃນແງ່ບວກອີກວ່າ: ຜົນການທົດສອບຈາກຕົວຢ່າງເລືອດ 12 ຄົນນັ້ນ ດີກວ່າທີ່ຄາດໝາຍໄວ້ ໂດຍເຊື່ອວ່າວັກຊີນຈະຊ່ວຍສະຫລາຍໄວຣັສສາຍພັນໃໝ່ນີ້ໄດ້ ແຕ່ທ່ານແນະນຳໃຫ້ຮັບວັກຊີນເຂັມກະຕຸ້ນເພື່ອເພີ່ມປະສິດທິພາບຫລາຍຂຶ້ນ.
ທັງນີ້, ນັກວິທະຍາສາດເຊື່ອວ່າ: ຜູ້ທີ່ເຄີຍຕິດເຊື້ອມາກ່ອນ ຕາມດ້ວຍການຮັບວັກຊີນ ຫລື ສັກເຂັມກະຕຸ້ນອາດຊ່ວຍເພີ່ມລະດັບພູມຕ້ານທານ ແລະ ຈະຊ່ວຍປ້ອງກັນບໍ່ໃຫ້ອາການຮຸນແຮງໄດ້.
ເຖິງຢ່າງໃດກໍຕາມ, ເວລານີ້ຍັງຕ້ອງລໍຖ້າຂໍ້ມູນເພີ່ມຂຶ້ນກ່ອນຈະສະຫລຸບໄດ້ວ່າວັກຊີນ Pfizer ມີປະສິດທິພາບໃນການຕ້ານທານໂອມິຄຣອນໄດ້ດີສໍ່າໃດ ເຊິ່ງຄາດວ່າຜົນຈະອອກໃນບໍ່ເທົ່າໃດວັນຂ້າງໜ້າ.
ອ້າງອີງ:

